ລັດ​ເຊຍ ສົ່ງ​ສານທາງ​ການ ຄັດ​ຄ້ານ​ເລື່ອງ ອາ​ເມ​ລິ​ກາ ແຊກ​ແຊງເລິກ​​ເຂົ້າໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

(VOVWORLD) - ເລື່ອງ ອາເມລິກາ ເພີ່ມທະວີການສະໜອງອາວຸດໃຫ້ແກ່ ຢູແກຼນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງການຂັດແຍ້ງກັນໃນຄຳຢັ້ງຢືນຕ່າງໆຂອງ ວໍຊິງຕັນ ທີ່ວ່າ ອາເມລິກາ ບໍ່ແມ່ນຝ່າຍໜຶ່ງໃນການປະທະກັນ. 
ລັດ​ເຊຍ ສົ່ງ​ສານທາງ​ການ ຄັດ​ຄ້ານ​ເລື່ອງ ອາ​ເມ​ລິ​ກາ ແຊກ​ແຊງເລິກ​​ເຂົ້າໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ - ảnh 1ອາວຸດ ເຊິ່ງ ອາເມລິກາ ອຸປະຖຳໃຫ້ແກ່ ຢູແກຼນ (ພາບ: Reuters)

ວັນທີ 21 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຮຽກຕົວທ່ານເອອັກຄະລັດຖະທູດ ອາເມລິກາ ປະຈຳ ມົດສະກູ Lynne Tracy, ມາສຳນັກງານ ເພື່ອມອບສານທາງການຄັດຄ້ານເລື່ອງ ອາເມລິກາ ແຊກແຊງເຂົ້າການປະທະກັນຢູ່ ຢູແກຼນ ນັບມື້ນັບເລິກກວ່າເກົ່າ. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ເລື່ອງ ອາເມລິກາ ເພີ່ມທະວີການສະໜອງອາວຸດໃຫ້ແກ່ ຢູແກຼນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງການຂັດແຍ້ງກັນໃນຄຳຢັ້ງຢືນຕ່າງໆຂອງ ວໍຊິງຕັນ ທີ່ວ່າ ອາເມລິກາ ບໍ່ແມ່ນຝ່າຍໜຶ່ງໃນການປະທະກັນ. ກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ນະໂຍບາຍປັດຈຸບັນ ເຊິ່ງ ອາເມລິກາ ວາງອອກຕໍ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະເຮັດໃຫ້ການສູ້ຢັນກັນກັບ ລັດເຊຍ ໃນທຸກຂົງເຂດຮ້າຍແຮງຂຶ້ນຕື່ມ.


ຕອບກັບ

ຂ່າວ/ບົດ​ອື່ນ