ລັດເຊຍ ສະເຫນີ Nato ເຮັດແຈ້ງທັດສະນະກ່ຽວກັບບັນດາຄຳໝັ້ນສັນຍາຄວາມສະຫງົບ

(VOVWORLD) -ທ່ານ Sergei Lavrov ເນັ້ນຫນັກວ່າ ຜ່ານກະຊວງການຕ່າງປະເທດ, ລັດເຊຍພວມສົ່ງຄຳເຫນີມາຍັງ Nato ແລະ ອົງການ ຮ່ວມມືປ້ອງກັນຄວາມສະຫງົບ ເອີລົບ (OSCE), ໂດຍຮຽກຮ້ອງບັນດາອົງການນີ້ ເຮັດແຈ້ງເຈດຈຳນົງຜັນຂະຫຍາຍຄຳໝັ້ນສັນຍາບໍ່ປັບປຸງຄວາມສະຫງົບ
ລັດເຊຍ ສະເຫນີ Nato ເຮັດແຈ້ງທັດສະນະກ່ຽວກັບບັນດາຄຳໝັ້ນສັນຍາຄວາມສະຫງົບ - ảnh 1ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ລັດເຊຍ ແລະ ທ່ານເລຂາທິການ Nato ພ້ອມກັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ທີ່ກອງປະຊຸມສະພາລັດເຊຍ - Nato ເມື່ອວັນທີ 12 ມັງກອນ. ພາບ:AFP/TTXVN

ລັດເຊຍ ສະເຫນີ Nato ເຮັດແຈ້ງທັດສະນະມີເຈດຈຳນົງຜັນຂະຫຍາຍບັນດາຄຳໝັ້ນສັນຍາ ຄວາມສະຫງົບຕົ້ນຕໍຫລືບໍ່?. ນີ້ແມ່ນຄຳຖະແຫລງຫລ້າສຸດຂອງ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ  Sergei Lavrov ຍົກອອກມາໃນວັນທີ 30 ມັງກອນ ພາຍຫລັງ ລັດເຊຍ ຖືວ່າ ຄຳຕອບຂອງ Nato ກ່ຽວກັບບັນດາຂໍ້ສະເຫນີຄວາມສະຫງົບຂອງລັດເຊຍ ຍັງບໍ່ທັນຕອບສະຫນອງຕາມຄວາມຫວັງໄດ້.

ທ່ານ Sergei Lavrov ເນັ້ນຫນັກວ່າ ຜ່ານກະຊວງການຕ່າງປະເທດ, ລັດເຊຍພວມສົ່ງຄຳສະເຫນີມາຍັງ Nato ແລະ ອົງການ ຮ່ວມມືປ້ອງກັນຄວາມສະຫງົບ ເອີລົບ (OSCE), ໂດຍຮຽກຮ້ອງບັນດາອົງການນີ້ ເຮັດແຈ້ງເຈດຈຳນົງຜັນຂະຫຍາຍຄຳໝັ້ນສັນຍາບໍ່ປັບປຸງຄວາມສະຫງົບຂອງອົງການນີ້ຕາມວິທີອາດຈະສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງຂອງບັນດາຝ່າຍອື່ນ. ຖ້າບັນດາອົງການນີ້ ບໍ່ມີເຈດຈຳນົງປະຕິບັດຄຳໝັ້ນສັນຍາ ຄວນອະທິບາຍຈະແຈ້ງສາຍເຫດ. ທ່ານ Sergei Lavrov ເນັ້ນຫນັກວ່າ ນີ້ແມ່ນຄຳສະເຫນີສຳຄັນ ຈະແມ່ນການກຳນົດບັນດາຂໍ້ສະເຫນີຕໍ່ໄປ ຊື່ງກະຊວງການຕ່າງປະເທດລັດເຊຍ ຈະຍື່ນສະເຫນີເຖິງປະທານາທິບໍດີ ລັດເຊຍ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ