ລັດເຊຍ ສະເຫນີ ແກ້ໄຂວິກິດການ ຢູ່ຊີຣີ


ລັດເຊຍ ສະເຫນີ ແກ້ໄຂວິກິດການ ຢູ່ຊີຣີ - ảnh 1
ການແຫ່ຂະບວນປະທ້ວງຢູ່ ຊີຣີ
ພາບ:baotintuc.vn

(vovworld) - ກ່າ​ວຄຳ​ເຫັນ​ໃນ​ວາລະ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່ ສປຊ ​ໃນ​ວັນ​ທີ 14/2, ທ່ານ​ Vitaly Churkin ເອກ​ອັກຄະ​ລັດຖະທູດ ລັດ​ເຊ​ຍ ປະ​ຈຳ ສປຊ ​ໃຫ້​ຮູ້​ວ່າ: ລັດ​ເຊຍ ສະ​ເຫ​ນີວິວັດ​ການ ລວມມີ 3 ບາ​ດກ້າວ​​ຢ່າງ​ລະອຽດ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວ​ເກືອບ 11 ​ເດືອນ​ຜ່ານ​ມາ ຢູ່ ຊີ​ຣີ. ທີ​ຫນຶ່ງ, ສືບ​ຕໍ່​ພາລະ​ກຳ​ນັກ​ສັງ​ເກດ​ການ​ຂອງ​ສະຫະພັນ ອາ​ຣັບ ຢູ່ ຊີຣີ ພ້ອມ​ທັງ ​ເພ​ີ່ມທະວີ​ຈຳນວນ​ນັກ​ສັງ​ເກດ​ການ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີຫນ້າ​ຢູ່​ບ່ອນເຄ່ັງ​ຮ້ອນທຸກ​ແຫ່ງ ​ແລະ ຕິດຕາມ​ກວດກາ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ​ສອງ​ຝ່າຍ. ທີ​ສອງ ຢຸດຕິ​ການ​ໃຊ້ຄວາມ​ຮຸນ​ແຮງ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ດ້ານ​ການ​ເມືອງ ລະຫວ່າງ ລັດຖະບານ ​ແລະ ຝ່າຍ​ຄ້ານ ຢູ່ ຊີຣີ. ບາດກ້າວ​​ທີ 3 ​ແມ່ນ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ໃຫມ່ ຂອງ ຊີຣີ ​ເພື່ອ​ເປ​ັນພື້ນຖານ​ໃຫ້​ແກ່​ການ​ກະກຽມ ​ແລະ ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຝ່າຍ​ການ​ເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ