ລັດເຊຍ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ Stalingrad

ລັດເຊຍ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ Stalingrad - ảnh 1
ພາບປະກອບ

(vovworld) - ກ່ອນ​ນີ້ 70 ປີ, ຢູ່​ນະຄອນ Stalingrad (ປະຈຸ​ບັນ​ແມ່ນ Volgograd) ທະຫານ ​ແລະ ປະຊາຊົນ ​ໂຊວຽດ ​ໄດ້​ຮັບ​ໄຊຊະນະ​ອັນສະຫງ່າ​ອົງອາດ​ຕໍ່​ຟາດ​ຊິດ ​ເຢຍລະ​ມັນ, ​ເປີດ​ບາດ​ລ້ຽວ​ໃໝ່​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແລະ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ນັບຖື​ຈາກປະຊາຊົນ ​ໂຊ​ວຽດ/ ລັດ​ເຊຍ​. ຢູ່​ປະ​ເທດ​ລັດ​ເຊຍ ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວຢ່າງ​ສົມ​ກຽດ​ຕ່າງໆ​​ ​ເພື​່​ອສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ໄຊຊະນະ Stalingrad.​ ​ວັນ​ທີ 1/ 2 ເຂດ​ທະຫານ​ພາກ​ໃຕ້​ຂອງ​ລັດ​ເຊຍ ​ໄດ້​ຈັດ​ການ​ສວນ​ສະໜາມຂະໜາດ​ໃຫຍ່, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພົນທະຫານກ່ວາ 650 ຄົນ​ທີ່​​ໃສ່​ເຄື່ອງ​ແບບ​ຂອງ​ສະ​ໄໝ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ບັນດາ​ຍຸດທະ​ພັນ​ທີ່​ທັນ​ສະ​ໄໝ. ຕອນ​ຄຳ່​ວັນ​ທີ 1/ 2 ພາຍຫຼັງ​ການ​ຍິງ​ບັ້ງ​ໄຟ​ດອກ, ປະຊາຊົນ Volgograd ​ແລະ ນັກ​ທ່ອງ​ທ່ຽວ ​ໄດ້​ຮັບ​ຟັງ, ຮັບ​ຊົມ ​ແລະ ​ຮັບ​ຮູ້​ວ່າ​ຕົນ​ເອງ​ພວມ​ດຳລົງ​ຊີວິດ​ໃນ​ຊຸມ​ວັນ​​ເດືອນ​ທີ່​ດຸ​ເດືອດ, ສະຫງ່າ​ອ​ົ​ງອາດ​ທີ່​ສຸດ​ຂອງ​ບັ້ນ​ຮົບ​ກ່ອນ​ນີ້ 70 ປີ. ຢູ່ນະ​ຄອນ​ຫຼວງ ມົດ​ສະ​ກູ, ​​ໃນ​ຕອນ​ຄຳ່​ວັນ​ທີ 1/ 2 , ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້​ແທນ​ກ່ວາ 300 ທ່ານ ​ເຊິ່ງ​ແມ່ນ​ບັນດາ​ອະ​ດິດນັກຮົບ, ວິລະ​ຊົນ ສະຫະພັນ​ລັດ​ເຊຍ, ບັນ​ດາ​ບຸກຄົນ​ທີ່ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຢູ່ Stalingrad. ທ່ານ ປະທານາທິບໍດີ Vladimir Putin ​ເນັ້ນ​ໜັກ​ວ່າ: ປະ​ເທດ​ລັດ​ເຊຍ ບໍ່​​ອະນຸຍາດໃຫ້​ລຶບ​ລ້າງ​ຄວາມ​ສະຫງ່າ​ອົງອາດຂອງ​ບັນດາ​ນັກ​ວິລະ​ຊົນ​ໃນ​ບັ້ນ​ຮົບ Stalingrad.

ຂ່າວ/ບົດ​ອື່ນ