ລັດ​ເຊຍ ສະ​ເໜີ​ແກ້​ໄຂວິ​ກິດ​ການ​ຢູ່​ເຂດ​ຊາຍ​ແດນ ລະ​ຫວ່າງ ເບ​ລາ​ຣຸດ - ໂປ​ໂລຍ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍແກ້ໄຂວິກິດການ ຊາວອົບພະຍົບ ຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ - ໂປໂລຍ

ລັດ​ເຊຍ ສະ​ເໜີ​ແກ້​ໄຂວິ​ກິດ​ການ​ຢູ່​ເຂດ​ຊາຍ​ແດນ ລະ​ຫວ່າງ ເບ​ລາ​ຣຸດ - ໂປ​ໂລຍ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ວັນທີ 14 ພະຈິກ, ສຳນັກຂ່າວສານ RIA ໄດ້ຄັດສະເໜີຄຳເວົ້າຂອງທ່ານ ປະທານາທິບໍດີ Vladimir Putin ໃນການຕອບສຳພາດຕໍ່ ນັກຂ່າວຊ່ອງໂທລະພາບແຫ່ງລັດ ເຊິ່ງຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍວິກິດການຊາວອົບພະຍົບ ດ້ວຍທຸກວິທີການ. ທ່ານປະທານາທິບໍດີ ລັດເຊຍ Valdimir Putin ໄດ້ແລກປ່ຽນກັບ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ມາເປັນ 2 ຄັ້ງແລ້ວນັບແຕ່ເວລາເກີດວິກິດການ.

ຄວາມເຄັ່ງຕຶງ ລະຫວ່າງ ເບລາຣຸດ ແລະ ໂປໂລຍ ພວມເພີ່ມຂຶ້ນຫວ່າງມໍ່ໆມານີ້. Wacsava ໄດ້ຕຳໜິຕິຕຽນ Minsk ຍ້ອນ ປະປ່ອຍໃຫ້ ຊາວອົບພະຍົບເດີນທາງໄປມາແບບເສລີ ໄປຍັງເສັ້ນຊາຍແດນ ເພື່ອໂຕ້ຕອບ ເລື່ອງບັນດາປະເທດຂອງ ສະຫະພາບ ເອີລົບ (EU) ຈັດວາງຄຳສັ່ງລົງໂທດ ເບລາຣຸດ ທີ່ກ່ຽວຂ້ອງເຖິງສະພາບດ້ານການເມືອງ ຢູ່ປະເທດນີ້. ຝ່າຍ ເບລາຣຸດ ຍາມໃດກໍ່ປະຕິເສດຂໍ້ກ່າວຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ