ລັດ​ເຊຍ ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ຂໍ້​ຕົ​ກ​ລົງ​ນິວ​ເຄຼຍ ອີ​ຣານ

(VOVWORLD) -ມົດສະກູ ສະໜັບສະໜູນການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ, ທີ່ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ພວມລໍຖ້າ ອາເມລິກາ ຍົກເລີກຄຳສັ່ງລົງໂທດ ອີຣານ. 
ລັດ​ເຊຍ ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ຂໍ້​ຕົ​ກ​ລົງ​ນິວ​ເຄຼຍ ອີ​ຣານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອີຣານ ທ່ານ Hossein Amirabdollahian ໃນວັນທີ 15 ມີນາ (ພາບ: IRNA/TTXVN)

 ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃນກອງປະຊຸມຖະແຫຼງຂ່າວ ຊຶ່ງຖືກຈັດຂຶ້ນພາຍຫຼັງການເຈລະຈາໃນວັນທີ 15 ມີນາ ກັບຄູ່ຕຳແໜ່ງ ອີຣານ ທ່ານ Hossein Amirabdollahian, ເຊິ່ງພວມຢ້ຽມຢາມ ມົດສະກູ.

        ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov  ຖະແຫຼງວ່າ ເລື່ອງ ອາເມລິກາ ຖືວ່າ ລັດເຊຍ ພວມກີດຂວາງຄວາມມານະພະຍາຍຍາມຟື້ນຟູຂໍ້ຕົກລົງ JCPOA ແມ່ນບໍ່ມີຄວາມຈິງ. ທ່ານ Lavrov ໃຫ້ຮູ້ວ່າ ປັດຈຸບັນ, ລັດເຊຍ ໄດ້ຮັບການຮັບປະກັນດ້ວຍລາຍລັກອັກສອນຈາກ ອາເມລິກາ ວ່າ ບັນດາຄຳສັ່ງລົງໂທດແນໃສ່ ມົດສະກູ ກ່ຽວຂ້ອງເຖິງສະພາບການ ຢູແກຼນ ຈະບໍ່ສົ່ງຜົນສະທ້ອນຕໍ່ການພົວພັນຮ່ວມມືໃນຂອບເຂດ JCPOA - ເຊິ່ງເປັນຂໍ້ຕົກລົງທີ່ອະນຸຍາດໃຫ້ຍົກເລີກມາດຕະການລົງໂທດ ອີຣານ ເພື່ອແລກເອົາການຄວບຄຸມໂຄງການພັດທະນານິວເຄຼຍ ຂອງປະເທດນີ້.

        ສ່ວນ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Amirabdollahian ກໍເນັ້ນໜັກວ່າ ບໍ່ມີຄວາມກ່ຽວຂ້ອງໃດລະຫວ່າງສະພາບການປັດຈຸບັນຢູ່ ຢູແກຼນ ແລະ ການເຈລະຈານິວເຄຼຍ ຢູ່ ວຽນ (ປະເທດໂອຕາລິດ). ທ່ານ Amirabdillahian ກໍໃຫ້ຮູ້ວ່າ ລັດເຊຍ ຈະ “ຄຽງບາຄຽງໄຫຼ່” ພ້ອມກັບ ອີຣານ ຈົນເຖິງຕາບໃດການເຈລະຈານິວເຄຼຍສິ້ນສຸດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ