ລັດເຊຍ ສະໜັບສະໜູນມາດຕະການສັນຕິພາບ ແລະ ການທູດໃຫ້ ສຳເນົາເອກະສານ ສປປ ເກົາຫຼີ

(VOVWORLD) - ວັນທີ 29 ກັນຍາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການໂດຍຢືນຢັນວ່າ ມົດສະກູ ພ້ອມແລ້ວທີ່ຈະທີ່ເຮັດວຽກກັບ ພຽງຢາງ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ສະພາບການໃນແຫຼມ ເກົາຫຼີ ໃນປະຈຸບັນ. 
ລັດເຊຍ ສະໜັບສະໜູນມາດຕະການສັນຕິພາບ ແລະ ການທູດໃຫ້ ສຳເນົາເອກະສານ ສປປ ເກົາຫຼີ - ảnh 1ທ່ານນາງ Choe Son – hui, ຫົວໜ້າກົມອາເມລິກາ ເໜືອ, ກະຊວງການຕ່າງປະເທດ ສປປ ເກົາຫຼີ. 

ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຍົກອອກມາພາຍຫຼັງການພົບປະຢູ່ນະຄອນຫຼວງ ມົດສະກູ ລະຫວ່າງ ທ່ານ Oleg Burmistrov, ເອກອັກຄະລັດຖະທູດເຄື່ອນທີ່ຂອງລັດເຊຍ ແລະ ທ່ານນາງ Choe Son – hui, ຫົວໜ້າກົມອາເມລິກາ ເໜືອ, ກະຊວງການຕ່າງປະເທດ ສປປ ເກົາຫຼີ. ຖະແຫຼງການໄດ້ຊີ້ແຈ້ງວ່າ ລັດເຊຍ “ກຽມພ້ອມລະດົມທຸກໆຄວາມມານະພະຍາຍາມເພື່ອແນໃສ່ຊອກຫາບັນດາວິທີການແກ້ໄຂບັນຫາຢູ່ພາກພື້ນ (ອາຊີຕາເວັນອອກສ່ຽງເໜືອ) ຜ່ານບັນດາມາດຕະການສັນຕິພາບ, ການເມືອງ ແລະ ການທູດ”

ການຢ້ຽມຢາມ ລັດເຊຍ ຂອງທ່ານນາງ Choe Son – hui ໄດ້ດຳເນີນໄປໃນສະພາບການຄວາມເຄັ່ງຕຶງໃນພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ພວມປີນຂັ້ນໄດ ພາຍຫຼັງທີ່ ສປປ ເກົາຫຼີ ດຳເນີນການຍິງທົດລອງນິວເຄຼຍຄັ້ງທີ 6 ເມື່ອຕົ້ນເດືອນນີ້ ແລະ ພາຍຫຼັງເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong – un ໄດ້ຍົກອອກບັນດາຄຳຖະແຫຼງຢ່າງແຮງກ່ຽວກັບໄພຈະເກີດສົງຄາມຢ່າງລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ