ລັດເຊຍ ສະໜັບສະໜຸນມາດຕະການສັນຕິພາບໂດຍຜ່ານການເຈລະຈາ

(VOVWORLD) - ຕາມສຳນັກຂ່າວສານ TASS ແລ້ວ, ສຳລັບຄຳຖາມທີ່ວ່າ: ຄວນຫັນສົ່ງຄາມທີ່ໄດ້ມອບສິດກາຍເປັນປະທະກັນໂດຍກົງ ແລະ ສຸດທ້າຍແມ່ນກຳນົດວ່າຝ່າຍໃດແມ່ນຝ່າຍໄຊຊະນະຫຼືບໍ່?
ລັດເຊຍ ສະໜັບສະໜຸນມາດຕະການສັນຕິພາບໂດຍຜ່ານການເຈລະຈາ - ảnh 1ທ່ານ Dmitry Medvedev, ຮອງປະທານສະພາປ້ອງກັນຄວາສະຫງົບສະຫະພັນລັດເຊຍ
(ພາບ:AFP/TTXVN)

ລັດເຊຍ ບໍ່ມີຈຸເຈດຈຳນົງດຳເນີນສົ່ງຄາມທີ່ໄດ້ມອບສິດກັບ ຝ່າຍຕາເວັນຕົກ ແລະ ຫັນມັນເປັນການປະທະກັນໂດຍກົງ. ສິ່ງດັ່ງກ່າວໂດຍທ່ານ Dmitry Medvedev, ຮອງປະທານສະພາປ້ອງກັນຄວາສະຫງົບສະຫະພັນລັດເຊຍ ປະກາດໃນການຕອບສຳພາດຕໍ່ສື່ມວນຊົນລັດເຊຍ ໃນວັນທີ 24 ມີນາ.

        ຕາມສຳນັກຂ່າວສານ TASS ແລ້ວ, ສຳລັບຄຳຖາມທີ່ວ່າ: ຄວນຫັນສົ່ງຄາມທີ່ໄດ້ມອບສິດກາຍເປັນປະທະກັນໂດຍກົງ ແລະ ສຸດທ້າຍແມ່ນກຳນົດວ່າຝ່າຍໃດແມ່ນຝ່າຍໄຊຊະນະຫຼືບໍ່? ທ່ານຮອງປະທານສະພາປ້ອງກັນຄວາມສະຫງົບສະຫະພັນລັດເຊຍ ຢັ້ງຢືນວ່າ ຄຳຕອບແມ່ນ “ບໍ່”. ທ່ານຖະແຫຼງວ່າ: ລັດເຊຍ ປາດຖະໜາຢາກແກ້ໄຂບັນຫາໂດຍສັນຕິຜ່ານການເຈລະຈາ. ພ້ອມທັງ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ລັດເຊຍ ກໍ່ເນັ້ນໜັກວ່າ ຄວາມສ່ຽງເກີດການປະທະກັນດ້ວຍອາວຸດນິວເຄຼຍ ຍັງປະກົດຕົວຢູ່ ແລະ ເພີ່ມທະວີຂຶ້ນພ້ອມກັບເລື່ອງນັບມື້ນັບມີອາວຸດອັນຕະລາຍຫຼາຍປະເພດທີ່ໄດ້ສະໜອງໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ