ລັດເຊຍ ອາດຈະໂຕ້ຕອບບັນດາມາດຕະການລົງໂທດຂອງ ອາເມລິກາ

(VOVWORLD) - ອາເມລິກາ ມີກົນອຸບາຍແຊກແຊງເຂົ້າວຽກງານພາຍໃນຂອງ ລັດເຊຍ ແລະ ເຮັດໃຫ້ຄວາມເຄັ່ງຕຶງການພົວພັນ 2 ຝ່າຍເພີ່ມຂຶ້ນ ກ່ອນທີ່ຈະດຳເນີນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄາດຄະເນວ່າ ຈະດຳເນີນໃນເດືອນໜ້າ.
ລັດເຊຍ ອາດຈະໂຕ້ຕອບບັນດາມາດຕະການລົງໂທດຂອງ ອາເມລິກາ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov  (ພາບ:REUTERS/TTXVN )
 

ລັດເຊຍ ຖືວ່າ: “ຍາກທີ່ສຸດ” ທີ່ຈະປັບປຸງການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ຊຶ່ງເຄີຍຕົກເຂົ້າສູ່ລະດັບຕ່ຳຄືໄລຍະສົງຄາມເຢັນ ຍ້ອນບັນດາຄຳກ່າວຫາທີ່ກ່ຽວຂ້ອງເຖິງການແຊກແຊງເຂົ້າໃນການເລືອກຕັ້ງ ກໍ່ຄືບັນດາບັນຫາ ຊີຣີ ແລະ ຢູແກຼນ. ກ່າວຄຳເຫັນໃນວັນທີ 21 ກຸມພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ກ່າວຫາ ອາເມລິກາ ມີກົນອຸບາຍແຊກແຊງເຂົ້າວຽກງານພາຍໃນຂອງ ລັດເຊຍ ແລະ ເຮັດໃຫ້ຄວາມເຄັ່ງຕຶງການພົວພັນ 2 ຝ່າຍເພີ່ມຂຶ້ນ ກ່ອນທີ່ຈະດຳເນີນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄາດຄະເນວ່າ ຈະດຳເນີນໃນເດືອນໜ້າ. ໃນຂະນະນັ້ນ, ອາເມລິກາ ພັດສືບຕໍ່ຕຳໜິຕິຕຽນ ລັດເຊຍ ແຊກແຊງເຂົ້າໃນວິວັດທະນາການເລືອກຕັ້ງ ອາເມລິກາ ແບບວິທີທີ່ບໍ່ມີຫລັກຖານ. ທ່ານ Ryabkov ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ລັດເຊຍ ອາດຈະມີບັນດາມາດຕະການໂຕ້ຕອບຕໍ່ຄຳສັ່ງລົງໂທດຂອງ ອາເມລິກາ ທີ່ຕ້ານຄືນພົນລະເມືອງ ລັດເຊຍ ເມື່ອກ່າວຫາວ່າເຂົາເຈົ້າມີກົນອຸບາຍແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ ເມື່ອປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ