ລັດເຊຍ - ອາເມລິກາ ກະກຽມການ ປຶກສາຫາລືກ່ຽວກັບບັນຫາປ້ອງກັນ ລູກສອນໄຟ

ລັດເຊຍ - ອາເມລິກາ ກະກຽມການ ປຶກສາຫາລືກ່ຽວກັບບັນຫາປ້ອງກັນ ລູກສອນໄຟ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 01/02, ສຳນັກ​ຂ່າວ​ສານ​ລັດ​ເຊຍ Itar Tass ​​ໃຫ້ຂ່າວ​ວ່າ, ​ໃນ​ເດືອນ 2 ນີ້, ທ່ານ Thomas Donilon, ​ທີ່​ປຶກສາດ້ານ​ປ້ອງ​ກັນ​ຄວາມ​ສະຫງົບແຫ່ງ​ຊາດ​ອາ​ເມ​ລິ​ກາ ຈະ​ໄປ​ຢ້ຽມຢາມ​ລັດ​ເຊຍ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Thomas Donilon ຈະ​ສົ່ງ​ຈົດໝາຍສະບັບ​ໜຶ່ງຂອງ​ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ເຖິງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladiamia Putin, ​ໃນ​ນັ້ນ​ມີ​ບັນດາ​ຂ້ໍສະ​ເໜີກ່ຽວ​ກັບ​ການ​ຫຼຸດຜ່ອນ​ອາວຸດ​ຍຸດ​ທະ​ສາດ ​ແລະ ການຮ່ວມ​ມືລະ​ຫວ່າ​ງ 2 ປະ​ເທດ​ກ່ຽວ​ກັບ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ. ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ວ່າ ​ໃນ​ຮອບ​ເຈລະ​ຈາ​ທີ່​ຈະ​ມາ​ເຖິງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ຈະ​ປຶກສາ​ຫາລື​ນຳ​ກັນ​ກ່ຽວ​ກັບ​ບັນຫາ​ລະອຽດ​ໃດໆ. ​ແຕ່​ວ່າ, ຕາມ​​ແຫຼ່ງຂ່າວ​ຕ່າງໆ​​ໃຫ້​ຮູ້, ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ​ໄດ້ກຽມພ້ອມການ​ຕົກລົງ​ກັບ​ລັດ​ເຊຍ ກ່ຽວ​ກັບ​ການ​ຫຼຸດຜ່ອນ​ອາວຸດ​ນິວ​ເຄຼຍ​ຍຸດ​ທະ​ສາດ, ອາວຸດ​ນິວ​ເຄຼຍຍຸດທະວິທີ ​ແລະ ວິວັດ​ການຜັນ​ຂະ​ຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ.

        ປີ 2010, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຊັນ​ສົນທິສັນຍາ​ຫຼຸດຜ່ອນ​ອາວຸດ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ໃໝ່ (SRART - 3) ​ແລະ ​ເລີ່​ມມີ​ຜົນ​ສັກສິດ​ແຕ່​ເດືອນ 2/2011. ຂໍ້​ຕົກລົງ​ນີ້​ກຳນົດ​ວ່າ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຈະ​ຫຼຸດຜ່ອນ​ຈຳນວນ​ຫົວ​ນິວ​ເຄຼຍທີ່​ມີ​ຢູ່​ແລ້ວ ​ໃຫ້ລົງ​​ເຫຼື​ອພຽງ 1.550 ຫົວ.

ຂ່າວ/ບົດ​ອື່ນ