ລັດ​ເຊຍ, ອາ​ເມ​ລິ​ກາ ປະ​ຕິບັດ​ສົນ​ທິ​ສັນ​ຍາທ້ອງ​ຟ້າ​ເປີດ

(VOVWORLD) -ວັນທີ 12 ສິງຫາ, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ: ປະເທດນີ້ ແລະ ອາເມລິກາ ຈະດຳເນີນບັນດາຖ້ຽວບິນສັງເກດໃນເຂດນ່ານຟ້າຂອງກັນ ຕາມສົນທິສັນຍາທ້ອງຟ້າເປີດ.
ລັດ​ເຊຍ, ອາ​ເມ​ລິ​ກາ ປະ​ຕິບັດ​ສົນ​ທິ​ສັນ​ຍາທ້ອງ​ຟ້າ​ເປີດ - ảnh 1 ພາບປະກອບ

  ຕາມນັ້ນແລ້ວ, ກຸ່ມຜູ້ສັງເກດການກຸ່ມ 1 ຂອງລັດເຊຍ ຈະດຳເນີນຖ້ຽວບິນສັງເກດໃນເຂດນ່ານຟ້າອາເມລິກາ ດ້ວຍເຮືອບິນ  Tu-154M LK-1 ໃນວັນທີ 19 ສິງຫາຈະມາເຖິງ ແຕ່ສະໜາມບິນ Great Falls ຢູ່ລັດ Montana. ແຕ່ ວັນທີ 12-16 ສິງຫາ, ບັນດານັກສັງເກດການຂອງອາເມລິກາ ແລະ ແດນມາກ ຈະດຳເນີນຖ້ຽວບິນສັງເກດລວມໃນເຂດນ່ານຟ້າລັດເຊຍ ດ້ວຍເຮືອບິນ An-30B ຂອງຢູແກຼນ ຈາກສະໜາມບິນ Kubinka ຢູ່ຊານນະຄອນຫຼວງມົດສະກູ.

   ສົນທິສັນຍາທ້ອງຟ້າເປີດ ມີຜົນບັງຄັບໃຊ້ນັບແຕ່ປີ 2002 ແລະ ປະຈຸບັນມີ 34 ປະເທດໄດ້ເຂົ້າຮ່ວມ ຊື່ງໃນນັ້ນລວມມີ: ລັດເຊຍ, ອາເມລິກາ ແລະ ບາງປະເທດສະມາຊິກອົງການນາໂຕ. ສົມທິສັນຍາເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວບຄຸມກຳລັງປະກອບອາວຸດສະບັບນີ້ ໄດ້ສ້າງລະບົບບັນດາຖ້ຽວບິນສັງເກດການໃນເຂດນ່ານຟ້າບັນດາປະເທດສະມາຊິກ ເພື່ອເກັບກຳຂໍ້ມູນຂ່າວສານກ່ຽວກັບກຳລັງປະກອບອາວຸດຂອງບັນດາປະເທດເຫຼົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ