ລັດເຊຍ - ອາເມລິກາ ປາດຖະໜາຢາກປັບປຸງການພົວພັນຮ່ວມມືໃນບັນຫາ ຊີຣີ

ລັດເຊຍ - ອາເມລິກາ ປາດຖະໜາຢາກປັບປຸງການພົວພັນຮ່ວມມືໃນບັນຫາ ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov
 ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ Rex Tillerson
(ພາບ: AFP/ TTXVN)

(vovworld) - ​ ວັນ​ທີ 12/04, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ Rex Tillerson ຈັດ​ຕັ້ງ​ການ​ປະຊຸມ​ຂ່າວຮ່ວມ ພາຍຫລັງ​ການ​ເຈລະຈາ​ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດ 2 ທ່ານ​ຢູ່​ນະຄອນຫລວງ ມົດ​ສະ​ກູ ຂອງ ລັດ​ເຊຍ. ທ່ານ Lavrov ຢືນຢັນ​ວ່າ ມົດສະ​ກູ ​ແລະ ວໍ​ຊິງ​ຕັນ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ. ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Tillerson ​ໃຫ້​ຮູ້​ວ່າ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃນ​ການ​ພົວພັນ ວໍ​ຊິງ​ຕັນ - ມົດ​ສະ​ກູ ພວ​ມຢູ່​ໃນ​ລະດັບ​ຕ່ຳ​ສຸດ ​ແລະ ການ​ພົວພັນລະຫວ່າງ 2 ປະ​ເທດ​ກໍ່ບໍ່​ສາມາດ​ຄົງ​ຕົວ​ໄດ້​ຄື​​ໃນປັດຈຸບັນ.

        ​ກ່ຽວຂ້ອງ​ເຖິງ​ບັນຫາ ຊີຣີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ພ້ອມ​ແລ້ວ​ທີ່​ຈະ​ຟື້ນ​ຟູ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​​ທາງ​ການບິນ​ໃນ​ເຂດ​ນ່ານຟ້າອາ​ກາດ ຊີຣີ. ​ໃນ​ຂະນະ​ນັ້ນ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Tillerson ສືບຕໍ່​ກ່າວ​ຫາບັນດາ​ກຳລັງ​ລັດຖະບານ ຊີຣີ ວ່າ​ໄດ້ສ້າງ​ແຜນການ, ຊີ້ນ​ຳ ​ແລະ ປະຕິບັດ​ເຫດ​ບຸກ​ໂຈມ​ຕີ ທີ່​ຖືກ​ສົງ​ໄສ​ວ່າ ​ໄດ້ນຳ​ໃຊ້​ອາວຸດ​ເຄມີ​ຢູ່ ຊີຣີ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ອື່ນໆ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Lavrov ​ໃຫ້ຮູ້​ວ່າ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ລ້ວນ​ແຕ່​ເຫັນ​ດີ​​ເປັນ​ເອກະ​ພາບ​ຕໍ່ບັນຫາ ສປປ.​ເກົາ​ຫຼີ ຄວນ​ໄດ້້​ຮັບ​ການ​ແກ້​ໄຂ​ຢູ່​ລະດັບ​ການ​ເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ