ລັດເຊຍ, ອາເມລິກາ ແລະ ສະຫະປະຊາຊາດ ເຫັນດີຊອກຫາມາດຕະການການເມືອງກ່ຽວກັບ ຊີຣີ

ລັດເຊຍ, ອາເມລິກາ ແລະ ສະຫະປະຊາຊາດ ເຫັນດີຊອກຫາມາດຕະການການເມືອງກ່ຽວກັບ ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ການຕ່າງປະ​ເທດ ລັດ​ເຊຍ Sergei Lavrov ແລະ ທ່ານ​ລັດຖະມົນຕີ​ການຕ່າງປະ​ເທດ ​ອາ​ເມ​ລິ​ກາ John Kerry
(ພາບ: AP)

(vovworld) – ທີ່​ການ​ພົບ​ປະ​ດຳ​ເນີນ​ໄປ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ ​ໃນ​ວັນ​ທີ 13/9, ທ່ານ​ລັດຖະມົນຕີ​ການຕ່າງປະ​ເທດ ລັດ​ເຊຍ Sergei Lavrov, ທ່ານ​ລັດຖະມົນຕີ​ການຕ່າງປະ​ເທດ ​ອາ​ເມ​ລິ​ກາ John Kerry ​ແລະ ທູ​ດພິ​ເສດ​ສະຫະ​ປະຊາ​ຊາດ - ສະຫະລັດ ອາຣັບ, ທ່ານ Lakhdar Brahimi ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ມີ​ພຽງ​ມາດ​ຕະການ​ການ​ເມືອງຢ່າງ​ດຽວ ອາດ​ສາມາດ​ຢຸດ​ຕິ​ສະພາບ​ການ​ວຸ້ນ​ວາຍ​ຢູ່ ຊີຣີ ​ໄດ້​ເທົ່າ​ນັ້ນ. ທ່ານ Lavrov ​ແລະ ທ່ານ Kerry ສະ​ແດງ​ການສະໜັບສະໜູນ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ເຈລະຈາ​ໃໝ່ ​ໃນ​ສະພາບ​ບັນດາ​ຝ່າ​ຍພວມ​ປຶກສາ​ຫາລື ກ່ຽວ​ກັບ​ແຜນການ​ໂດຍ ລັດ​ເຊຍ ສະ​ເໜີ, ຕາມ​ນັ້ນ​ແລ້ວ, ຊີຣີ ຈະ​ເຂົ້າ​ຮ່ວມ​ສົນທິສັນຍາ​​ເກືອດ​ຫ້າມ ອາວຸດ​ເຄມີ ​ແລະ ທຳ​ລາຍ​ສາງ​ອາວຸດ​ເຄມີ​ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ສາກົນ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ 2 ​ແຫ່ງ​ຂອງ​ລັດ​ເຊຍ​ຄື: ITARR – TASS ​ແລ​ະ RIA – Novosti ລ້ວນ​ແຕ່​ຮັບ​ຮູ້​ວ່າ: ຕອນ​ຄຳ່​ວັນ​ທີ 13/9, ການ​ປຶກສາ​ຫາລື​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ບໍ່​ທັນ​ສິ້ນ​ສຸດ​ລົງ ​ແລະ ສືບ​ຕໍ່​ດຳ​ເນີນ​ໄປ​ໃນ​ວັນ​ທີ 14/9 ຢູ່ ​ເຊີ​ແນວ. ສ່ວນ​ຕາມເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລ້ວ, ປະຈຸ​ບັນ, 2 ຝ່າຍ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃໝ່, ​ໃກ້​ຈະ​ບັນລຸ​ໄດ້​ຂໍ້ຕົກລົງ​ກ່ຽວ​ກັບ​ຂອບ​ຂະໜາດ​ຂ​ອງບັນດາ​ສາງ​ອາວຸດ​ເຄມີຢູ່ ຊີຣີ.

ຂ່າວ/ບົດ​ອື່ນ