ລັດເຊຍ ຮັບຮອງເອົາ ຮ່າງມະຕິຮ່ວມມືດ້ານ ຖະແຫຼງຂ່າວ ແລະ ສ່ືສານ ກັບຫວຽດນາມ

ລັດເຊຍ ຮັບຮອງເອົາ ຮ່າງມະຕິຮ່ວມມືດ້ານ ຖະແຫຼງຂ່າວ ແລະ ສ່ືສານ ກັບຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ຂໍ້​ຕົກລົງ​ກ່ຽວກັບການຮັບຮອງ​ເອົາ​ຮ່າງ​ມະຕິ​ຮ່ວມ​ມື​ດ້ານຖະ​ແຫຼ​ງຂ່າວ​ ​ແລະ ສ່ືສານ​ກັບ​ຫວຽດນາມ ໄດ້​ປະກາດ​ໃນ​ວັນ​ທີ 01/10 ​ໃນ​ເວັບ​ໄຊ​ເອເ​ລັກ​ໂຕ​ນິກທາງ​ການ ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ນິຕິ​ກຳ​ແຫ່ງ​ລັດ​ຂອງ​ສະຫະພັນ​ລັດ​ເຊຍ.

        ​ເອກະສານ​​ເຊິ່ງກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສ່ືສານລັດ​ເຊຍ ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ພາຍຫຼັງ​​​ໄດ້​ຮັບ​ຄວາມ​ເຫັນ​ດີເປັນ​ເອກະ​ພາບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ (FSB). ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສ່ືສານລັດ​ເຊຍ ຈະ​ຕາງໜ້າ​ໃຫ້​ລັດຖະບານ​ລັດ​ເຊຍ ລົງ​ນາມ​ໃນ​ສັນຍາ ພາຍຫຼັງ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ກັບ​ຝ່າຍ​ຫວຽດນາມ.

        ຕາມ​ແຜນ​ຮ່າງ, ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ ມີ​​ແຜນການ​ພັດທະນາ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕິດ​ຕໍ່, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ມະຫາຊົນ.

        ສັນຍາ​​ໄດ້​ຮັບ​ການ​ລົງ​ນາມ​​ມີກຳນົດ​ເວລາ 5 ປີ, ​ສາມາດຕໍ່​ກຳນົດ​ເວລາ ​ແລະ ​ແທນ​ໃຫ້​ເອກະສານ​ຮ່ວມ​ມື​​ໃນຂົງ​ເຂດ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ປະ​ເທດ​​ເມື່ອ​ວັນ​ທີ 15/09/1994.

ຂ່າວ/ບົດ​ອື່ນ