ລັດເຊຍ ຮຽກຮ້ອງບັນດາຝ່າຍ ເຈລະຈາເພື່ອແກ້ໄຂບັນຫາຊີຣີ

ລັດເຊຍ ຮຽກຮ້ອງບັນດາຝ່າຍ ເຈລະຈາເພື່ອແກ້ໄຂບັນຫາຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Ali Akbar Salehi
(ພາບ: hanoimoi.com.vn)

(vovworld) -     ກອງ​ປະຊຸມ “ຄູ່​ເຈລະຈາ​ຊົນ​ຊາດ​ຊີຣີ” ດ້ວຍ​ເປົ້າ​ໝາຍ​ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ສັນຕິ​ວິທີ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 18/11 ຢູ່​ນະຄອນຫຼວງ Tehran ​ຂອງ ອີຣານ. ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Ali Akbar Salehi ​ເນັ້ນ​ໜັກ​ວ່າ ດ້ວຍ​ຄຳ​ຂວັນ “ບໍ່​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ມີ​ພຽງ​​ແຕ່​ປະຊາທິປະ​ໄຕ”, ກອງ​ປະຊຸມ​​ຖືກ​ຖື​ວ່າ ​ແມ່ນບາດກ້າວ​ສຳຄັນໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ​ຢູ່​ຊີຣີ. ທ່ານ​ໄດ​້ຖະ​ແຫຼ​ງວ່າ ຂໍ້​ລິ​ເລີມ​ຂອງ​ອີຣານ, ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ເຈລະຈາ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ຊີຣີ, ​ແມ່ນ​ການ​ໂຕ້​ຕອບ​ຢ່າງ​ແຮງ​ ກັບ​ບັນດາ​ແຜນການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ ກໍ​ຄື​ສຳລັບ​ການ​ກະທຳ​ຂອງ​ກຸ່​ມກຳລັງ​ປະກອບ​ອາວຸດ​ບໍ່​ມີ​ຄວາມ​ຮັບຜິດຊອບ ​ໄດ້​ເຮັດ​ໃຫ້​ສາ​ມັນ​ຊົນ​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ທຳລາຍ​ພື້ນຖານ​ອະລິຍະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊີຣີ. ກ່າວ​ຄຳ​ເຫັນ​ທີ່​ກ​ອງປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳອີຣານ Leon Jagarian ​ໄດ້​ຢືນຢັນ​ວ່າ ຍາມ​ໃດ ມົດ​ສະ​ກູ ກໍ​ຮຽກ​ຮ້ອງ​​ໃຫ້ບັນດາ​ຝ່າຍ​ຢູ່​ຊີຣີ ດຳ​ເນີນ​ການ​ເຈລະຈາ​ຊົນ​ຊາດ ​ເພື່ອ​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ເມືອງ​​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ. ຝ່າຍ​ລັດ​ເຊຍ ກໍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ​ນັບ​ມື້​ນັບ​ຊົ່ວຮ້າຍ​ລົງ ​ແລະ ສືບ​ຕໍ່​ແຜ່​ລາມ​ອອກ​ຢູ່ສູ່​ຫຼາຍ​​ເຂດ​ໃນ​ປະ​ເທດ​ນີ້. ທ່ານ​ເອກ​ອັກ​ຄະ​ລັດຖະທູດ Jagarian ​ໃຫ້​ຮູ້​ວ່າ ບັນດາ​ກຸ່ມ​ປະກອບ​ອາ​ວຸດໄດ້​ປະກອບສ່ວນ​ເຮັດ​ໃຫ້​ສະພາບ​ການ​ຢູ່​ປະ​ເທດ​ອາຣັບ ນີ້​ຊົ່ວ​ຮ້າຍ​ລົງ. ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຄວນຍົກ​ອອກ​ຫຼັກ​ໝັ້ນ​ທີ່​ແຂງ​ແຮງ​ສຳ​ຫຼັບ​ບັນດາ​ການ​ກະທຳ​ກໍ​ການ​ຮ້າຍ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ