ລັດ​ເຊຍ​ ຮຽກ​ຮ້ອງໃຫ້​ບັນ​ດາ​ກຳ​ລັງ​ການ​ເມືອງ​ຢູ່ ເວ​ເນ​ຊູ​ເອ​ລາ ເຂົ້າ​ຮ່ວ​ມການ​ເຈ​ລະ​ຈາ

(VOVWORLD) - ລັດເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມຄວາມມານະພະຍາຍາມເປັນກາງ, ດ້ວຍຈິດໃຈສ້າງສັນ ແລະ ຄຳນຶງເຖິງຫຼັກໝັ້ນຂອງທຸກຝ່າຍຢູ່ ເວເນຊູເອລາ.
ລັດ​ເຊຍ​ ຮຽກ​ຮ້ອງໃຫ້​ບັນ​ດາ​ກຳ​ລັງ​ການ​ເມືອງ​ຢູ່ ເວ​ເນ​ຊູ​ເອ​ລາ ເຂົ້າ​ຮ່ວ​ມການ​ເຈ​ລະ​ຈາ - ảnh 1 ທ່ານນາງ Maria Zakharova ໂຄສົກກະຂວງການຕ່າງປະເທດ ລັດເຊຍ (ພາບ: Embrussia/TTXVN)

  ວັນທີ 4 ເມສາ, ທ່ານນາງ Maria Zakharova ໂຄສົກກະຂວງການຕ່າງປະເທດ ລັດເຊຍ ໄດ້ຮຽກຮ້ອງໃຫ້ບັນດາກຳລັງການເມືອງທັງໝົດທີ່ມີຄວາມຮັບຜິດຊອບ ແລະ ການເຄື່ອນໄຫວຢ່າງເອກະລາດ ຢູ່ ເວເນຊູເອລາ ເຂົ້າຮ່ວມການເຈລະຈາ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ທ່ານນາງ Zakharova ເນັ້ນໜັກວ່າ: ອີກຄັ້ງໜຶ່ງ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາ ກຳລັງການເມືອງທັງໝົດທີ່ມີຄວາມຮັບຜິດຊອບ, ມີອິດທິພົນຊື່ສຽງ, ແລະສຳຄັນທີ່ສຸດແມ່ນມີການເຄື່ອນໄຫວຢ່າງເອກະລາດ ຢູ່ ເວເນຊູເອລາ, ເຖິງວ່າມີທັດສະນະຄືແນວໃດກໍ່ຕາມ, ຈົ່ງພ້ອມກັນເຂົ້າຮ່ວມການເຈລະຈາເພື່ອອະນາຄົດແຫ່ງສັນຕິພາບຂອງ ຊາດ ແລະ ຂອງປະເທດຕົນ”. ທ່ານນາງ Zakhrova ໃຫ້ຮູ້ຕື່ມອີກວ່າ: ລັດເຊຍພ້ອມແລ້ວທີ່ຈະເຂົ້າຮ່ວມຄວາມມານະພະຍາຍາມເປັນກາງ, ດ້ວຍຈິດໃຈສ້າງສັນ ແລະ ຄຳນຶງເຖິງຫຼັກໝັ້ນຂອງທຸກຝ່າຍຢູ່ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ