ລັດ​ເຊຍ​ ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ສະ​ໜອງ ນ້ຳ​ມັນ​ດິບ ໃຫ້​ ເບ​ລາ​ຣຸດ

(VOVWORLD) -ບໍລິສັດພະລັງງານແຫ່ງຊາດ Belneftekhim ຂອງ ເບລາຣຸດ ໃຫ້ຮູ້ວ່າ ລັດເຊຍໄດ້ເຊື່ອມຕໍ່ການເຄື່ອນໄຫວສະໜອງ ນ້ຳມັນດິບໃຫ້ບັນດາໂຮງງານ ກັ່ນນ້ຳມັນ ຂອງ ເບລາຣຸດ ຄືນໃໝ່ໃນວັນທີ 4 ມັງກອນ.
ລັດ​ເຊຍ​ ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ສະ​ໜອງ ນ້ຳ​ມັນ​ດິບ ໃຫ້​ ເບ​ລາ​ຣຸດ - ảnh 1ພາບປະກອບ: TTXVN 

ຕາມນັ້ນແລ້ວ, ມີ ນ້ຳມັນດິບ 6.000 ໂຕນ ໄດ້ສູບໃນວັນທີ 4 ມັງກອນ. ບໍລິສັດ Belneftekhim ເນັ້ນໜັກວ່າ ຈະມີປະລິມານນ້ຳມັນດິບພຽງພໍເພື່ອຈະສະໜອງໃຫ້ແກ່ ບັນດາໂຮງງານຂອງ ເບລາຣຸດ ເຄື່ອນໄຫວຕະຫຼອດ ໃນ ເດືອນມັງກອນ. ສ່ວນ ບໍລິສັດ ລັດເຊຍ Transneft ໄດ້ປະກາດວ່າ ໄດ້ຮັບໜັງສືອະນຸຍາດຂໍສະໜອງ ນ້ຳມັນດິບ 130.000 ໂຕນໄປຍັງ ໂຮງງານກັ່ນນ້ຳມັນ Novopolotsk ຂອງ ເບລາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ