ລັດ​ເຊຍ ເນ​ລະ​ເທດ​ນັກ​ການ​ທູດ EU 7 ທ່ານ

(VOVWORLD) -  ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ເຊັກໂກ ຖືກເພີ່ມຂຶ້ນພາຍຫຼັງທີ່ Praha ກ່າວຫາວ່າ ຜູ້ສືບລາຊະການລັບກອງທັບ ລັດເຊຍ ຢືນຢູ່ເບື້ອງຫຼັງເຫດລະເບີດ ຢູ່ພາກຕາເວັນອອກປະເທດນີ້ ເມື່ອປີ 2014 ແລະ ເນລະເທດພະນັກງານສະຖານທູດ ລັດເຊຍ 18 ທ່ານ  ຍ້ອນເຫດການດັ່ງກ່າວ.
ລັດ​ເຊຍ ເນ​ລະ​ເທດ​ນັກ​ການ​ທູດ EU 7 ທ່ານ - ảnh 1ສຳນັກງານກະຊວງການຕ່າງປະເທດ ລັດເຊຍ (ພາບ: AFP/TTXVN)

   ວັນທີ 28 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ໄດ້ເນລະເທດນັກການທູດ 7 ທ່ານຂອງ ແອັດສະໂຕນີ, ເລັດເວຍ, ລິດວາ ແລະ ສະໂລວາກີ. ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ບັນດາປະເທດເຫຼົ່ານັ້ນ ເນລະເທດຜູ້ຕາງໜ້າທາງການທູດຂອງ ລັດເຊຍ ເພື່ອແນໃສ່ສະແດງຄວາມສະໜັບສະໜູນ ສ.ເຊັກໂກ. ຕາມແຈ້ງການແລ້ວ, ນັກການທູດ 7 ທ່ານດັ່ງກ່າວ ຈະມີເວລາ 1 ອາທິດ ເພື່ອອອກຈາກ ລັດເຊຍ.

        ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ເຊັກໂກ ຖືກເພີ່ມຂຶ້ນພາຍຫຼັງທີ່ Praha ກ່າວຫາວ່າ ຜູ້ສືບລາຊະການລັບກອງທັບ ລັດເຊຍ ຢືນຢູ່ເບື້ອງຫຼັງເຫດລະເບີດ ຢູ່ພາກຕາເວັນອອກປະເທດນີ້ ເມື່ອປີ 2014 ແລະ ເນລະເທດພະນັກງານສະຖານທູດ ລັດເຊຍ 18 ທ່ານ  ຍ້ອນເຫດການດັ່ງກ່າວ. ເພື່ອໂຕ້ຕອບຄືນ, ມົດສະກູ ກໍເນລະເທດພະນັກງານສະຖານທູດ ເຊັກໂກ 20 ທ່ານ, ເປັນອັນວ່າ, ຮອດວັນທີ 31 ພຶດສະພາ ຈະມາເຖິງ, ສະຖານທູດແຕ່ລະປະເທດ ຈະເຫຼືອນັກການທູດ 7 ທ່ານ ແລະ ພະນັກງານບໍລະຫານ 25 ທ່ານ, ພະນັກງານທ້ອງຖິ່ນ 19 ທ່ານ.


ຕອບກັບ

ຂ່າວ/ບົດ​ອື່ນ