ລັດເຊຍ ເປີດກວ້າງບັນຊີລາຍຊື່ລົງໂທດ ອີຢູ

(VOVWORLD) -ກະຊວງການຕ່າງປະເທດ ລັດເຊຍ ອະທິບາຍວ່າ ສິ່ງນີ້ໄດ້ເຕື້ອງເຖິງຜູ້ຕາງໜ້າດ້ານການຄ້າ ເອີລົບ ທີ່ຜະລິດພາຫະນະອຸປະກອນການທະຫານ ແລະ ອາວຸດ...
ລັດເຊຍ ເປີດກວ້າງບັນຊີລາຍຊື່ລົງໂທດ ອີຢູ - ảnh 1(ພາບປະກອບ: schengenvisainfo.com)

        ວັນທີ 25 ຕຸລາ, ເພື່ອແນໃສ່ໂຕ້ຕອບບັນດາການກະທຳທີ່ບໍ່ເປັນມິດຂອງສະຫະພາບເອີລົບ (ອີຢູ) ແລະ ລັດຖະສະພາສະພາ ເອີລົບ (PACE), ລັດເຊຍ ເປີດກວ້າງບັນຊີລາຍຊື່ຜູ້ຕາງໜ້າຂອງບັນດາປະເທດສະມາຊິກສະຫະະພາບ ເອີລົບ (ອີຢູ) ຫ້າມເຂົ້າປະເທດ ລັດເຊຍ.

        ໃນຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງເລື່ອງເປີດກວ້າງບັນຊີ ຜູ້ຕາງໜ້າບັນດາປະເທດສະມາຊິກ ອີຢູ ຫ້າມເຂົ້າປະເທດ ລັດເຊຍ ເຊິ່ງໄດ້ປະຕິບັດຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງປະເທດນີ້. ກະຊວງການຕ່າງປະເທດ ລັດເຊຍ ອະທິບາຍວ່າ ສິ່ງນີ້ໄດ້ເຕື້ອງເຖິງຜູ້ຕາງໜ້າດ້ານການຄ້າ ເອີລົບ ທີ່ຜະລິດພາຫະນະອຸປະກອນການທະຫານ ແລະ ອາວຸດ, ເຂົ້າຮ່ວມການສະໜອງຜະລິດຕະພັນຂອງເຂົາເຈົ້າໃຫ້ ກີແອບ ເປັນພິເສດ.

        ກ່ອນໜ້ານັ້ນ, ວັນທີ 06 ຕຸລາ, ອີຢູ ໄດ້ຈັດວາງບ້ວງມາດຕະການລົງໂທດຫຼ້າສຸດສຳລັບປະເທດ ລັດເຊຍ, ເປີດກວ້າງບັນດາຄຳສັ່ງຫ້າມຕໍ່ດ້ານການຄ້າ ແລະ ສ່ວນບຸກຄົນຂອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ