ລັ​ດ​ເຊຍ ເປີດກວ້າງ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ​ສຳ​ລັບ​ພົນ​ລະ​ເມືອງ ອັງ​ກິດ

(VOVWORLD) -ບັນຊີລາຍຊື່ລົງໂທດຄັ້ງນີ້ ລວມມີຜູ້ນຳໜ້າ ແລະ ນັກຂ່າວຂອງອົງການສື່ມວນຊົນລາຍໃຫຍ່ຂອງ ອັງກິດ, ເປັນຕົ້ນແມ່ນ BBC, Times…, ທີ່ກ່ຽວຂ້ອງເຖິງການ “ຕັ້ງໃຈເຜີຍເຜ່ຂໍ້ມູນດ້ານດຽວ ແລະ ບໍ່ມີມູນຄວາມຈິງດຽວກ່ຽວກັບ ລັດເຊຍ ແລະ ເຫດການຕ່າງໆຢູ່ ຢູແກຼນ ແລະ Donbass”.
ລັ​ດ​ເຊຍ ເປີດກວ້າງ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ​ສຳ​ລັບ​ພົນ​ລະ​ເມືອງ ອັງ​ກິດ - ảnh 1(ພາບປະກອບ: DW)

ວັນທີ 14 ກັນຍາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ເພີ່ມພົນລະເມືອງ 49 ຄົນຂອງອັງກິດ ເຂົ້າໃນບັນຊີລາຍຊື່ລົງໂທດ, ດ້ວຍຮູບການຫ້າມເຂົ້າປະເທດ ສະຫະພັນ ລັດເຊຍ. ບັນຊີລາຍຊື່ລົງໂທດຄັ້ງນີ້ ລວມມີຜູ້ນຳໜ້າ ແລະ ນັກຂ່າວຂອງອົງການສື່ມວນຊົນລາຍໃຫຍ່ຂອງ ອັງກິດ, ເປັນຕົ້ນແມ່ນ BBC, Times…, ທີ່ກ່ຽວຂ້ອງເຖິງການ “ຕັ້ງໃຈເຜີຍເຜ່ຂໍ້ມູນດ້ານດຽວ ແລະ ບໍ່ມີມູນຄວາມຈິງດຽວກ່ຽວກັບ ລັດເຊຍ ແລະ ເຫດການຕ່າງໆຢູ່ ຢູແກຼນ ແລະ Donbass”.

ນອກຈາກນັ້ນແລ້ວ, ບັນຊີລາຍຊື່ຍັງມີບາງສ່ວນບຸກຄົນຂອງ ອັງກິດ “ທີີ່ມີສ່ວນກ່ຽວຂ້ອງເຖິງການສະໜອງອາວຸດໃຫ້ແກ່ ຢູແກຼນ, ເພື່ອແນໃສ່ຕ້ານຄືນ ລັດເຊຍ”. ກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ບັນຊີລາຍຊື່ລົງໂທດສຳລັບສ່ວນບຸກຄົນ ອັງກິດ ຈະສືບຕໍ່ເປີດກວ້າງໃນໄລຍະຈະມາເຖິງ.

ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ການເປີດກວ້າງບັນຊີລາຍຊື່ລົງໂທດດັ່ງກ່າວ ແມ່ນເພື່ອແນໃສ່ໂຕ້ຕອບຄືນເລື່ອງ ລັດຖະບານ ອັງກິດ ຈັດວາງຄຳສັ່ງໂທດສຳລັບສ່ວນບຸກຄົນ ແລະ ນິຕິບຸກຄົນຂອງ ລັດເຊຍ.

ດັ້ງເກື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ