ລັດເຊຍ ເພີ່ມທະວີຄວາມສະຫງົບ ປອດໄພໃຫ້ແກ່ກອງປະຊຸມສຸດຍອດ APEC

ລັດເຊຍ ເພີ່ມທະວີຄວາມສະຫງົບ ປອດໄພໃຫ້ແກ່ກອງປະຊຸມສຸດຍອດ APEC - ảnh 1

​​(ພາບ:vnmilitaryhistory.net)

( vovworld ) – ວັນ​ທີ 24/8, ທ່ານ​ Igor Korotchenko ປະທາ​ນສະພາ​ການ​ພົວພັນ​ກັບ​ມະຫາຊົນ ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ຜັນ​ຂະຫຍາຍ​ກຳ​ປັ່ນ, ​ເຮືອບິນ​ສູ້​ຮົບ ​ແລະ ບັນດາ​ລະບົບ​ປ້ອງ​ກັນ​ອາກາດ​ໃນ​ໜ້າດິນ​ເພື່ອ​ຮັບປະກັນຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC) ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ຢູ່​ລັດ​ເຊຍ ​ໃນ​ໄລຍະທີ່​ຈະ​ມາ​ເຖິງ. ທ່ານ Igor Korotchenko ຊີ້​ແຈ້ງວ່າ: “ບັນາ​ກຳລັງ​ປະກອບ​ອາວຸດ​ລັດ​ເຊຍ ຈະ​ຮັບປະກັນຄວາ​ມສະຫງົບ​ປອດ​ໄພ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດຄັ້ງນີ້ ດ້ວຍ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ກົມ​ກອງ​ຂອງ​ທະຫານ​ເຂດ​ຕາ​ເວັນ​ອອກ, ບັນດາ​ກຳລັງ​ປ້ອງກັນ​ອາກາດ​ດ້ວຍ​ລະບົບ S-400 Triumph, ​ເຮືອບິນ​ສູ້​ຮົບ Su-27SM, Su-30 ​ແລະ Mig-31, ກຳ​ປັ່ນ​ສູ້​ຮົບ ​ແລະ ກຳ​ປັ່ນ​ດຳນ້ຳ“. ຄາດ​ວ່າ, ກອງ​ປະຊຸມ​ຍຸດ​ຍອດ APEC ຄັ້ງທີ 24 ຈະດຳ​ເນີນ​ໄປ​ແຕ່ວັນ​ທີ 2-9/9 ທີ່​ຈະ​ມາ​ເຖິງ​ຢູ່​ນະຄອນ Vladivostok ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ລັດ​ເຊຍ. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ລັດ​ເຊຍ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ APEC.

 

 

 

 

 

ຂ່າວ/ບົດ​ອື່ນ