ລັດເຊຍ, ເຢຍລະມັນ, ຝະຣັ່ງ, ອັງກິດ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮັກສາເດີມຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) - ໃນການໂອ້ລົມທາງໂທລະສັບເມື່ອວັນທີ 11 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາວ່າ
ລັດເຊຍ, ເຢຍລະມັນ, ຝະຣັ່ງ, ອັງກິດ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮັກສາເດີມຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: Reuters)

ຈະຮັກສາຂໍ້ຕົກລົງນິວເຄຼຍ ອີຣານ ໄວ້ ພາຍຫລັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ. ໃນແຈ້ງການທີ່ໄດ້ຍົກອອກມາ ພາຍຫລັງການໂອ້ລົມທາງໂທລະສັບ, ວັງ Kremlin ຊີ້ແຈ້ງສະພາບການທີ່ກ່ຽວຂ້ອງເຖິງແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ວ່າ ໄດ້ຮັບການປຶກສາຫາລື ພາຍຫລັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວພຽງລຳພັງຝ່າຍດຽວ. ຄວາມສຳຄັນຂອງການຮັກສາຂໍ້ຕົກລົງໄວ້ ນັບແຕ່ແງ່ມູມຄວາມໝັ້ນຄົງສາກົນ ແລະ ພາກພື້ນ ຍັງຄົງໄດ້ຮັບການເຊີດຊູ.

        ຝະຮັ່ງ, ອັງກິດ ກໍ່ຢືນຢັນວ່າ ຍັງຄົງໃຫ້ຄຳໝັ້ນສັນຍາປະຕິບັດ JCPOA. ລັດຖະມົນຕີການຕ່າງປະເທດ  3 ປະເທດ ອັງກິດ, ຝະຣັ່ງ, ເຢຍລະມັນ ມີແຜນການຈະພົບປະໃນວັນທີ 15 ພຶດສະພາ ເພື່ອປຶກສາຫາລືທິດທາງແກ້ໄຂສະພາບການໃໝ່ກ່ຽວກັບບັນຫານິວເຄຼຍຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ