ລັ​ດ​ເຊຍ ເລີ່ມ​ຂົນ​ສົ່ງ​ທັນ​ຍາ​ພືດ​ໜູນຊ່ວຍ​ໄປ​ ອາ​ຟະ​ລິ​ກາ

(VOVWORLD) -ທ່ານລັດຖະມົນຕີກະຊວງກະສິກຳ ລັດເຊຍ Dmitry Patrushev  ໃຫ້ຮູ້ວ່າ ປະເທດນີ້ ເລີ່ມຂົນສົ່ງທັນຍາພືດຈຳນວນ 200.000 ໂຕນ ໄປ 6 ປະເທດ ອາຟະລິກາ ພາຍໃຕ້ຮູບແບບການໜູນຊ່ວຍມະນຸດສະທຳ. 
ລັ​ດ​ເຊຍ ເລີ່ມ​ຂົນ​ສົ່ງ​ທັນ​ຍາ​ພືດ​ໜູນຊ່ວຍ​ໄປ​ ອາ​ຟະ​ລິ​ກາ - ảnh 1ລັດເຊຍ ເລີ່ມດຳເນີນການຂົນສົ່ງທັນຍາພືດໄປ ອາຟະລິກາ (ພາບເອກະສານ:  AFP/TTXVN)

ວັນທີ 17 ພະຈິກ, ທ່ານລັດຖະມົນຕີກະຊວງກະສິກຳ ລັດເຊຍ Dmitry Patrushev  ໃຫ້ຮູ້ວ່າ ປະເທດນີ້ ເລີ່ມຂົນສົ່ງທັນຍາພືດຈຳນວນ 200.000 ໂຕນ ໄປ 6 ປະເທດ ອາຟະລິກາ ພາຍໃຕ້ຮູບແບບການໜູນຊ່ວຍມະນຸດສະທຳ. ໃນແຈ້ງການລົງ ເວັບໄຊ  Telegram, ທ່ານລັດຖະມົນຕີ Patrushev  ໃຫ້ຮູ້ວ່າ ກ່ຳປັ່ນຂົນສົ່ງທັນຍາພືດ 2 ລຳທຳອິດ, ແຕ່ລະລຳບັນລຸ 25.000 ໂຕນ ໄດ້ອອກຈາກທ່າກ່ຳປັ່ນຂອງ ລັດເຊຍ ເດີນທາງໄປ ບວກກີນາ ຟາໂຊ ແລະ ໂຊມາລີ. ຄາດວ່າ, ກຳປັ່ນ 2 ລຳດັ່ງກ່າວ ຈະເຂົ້າທຽບທ່າບັນດາປະເທດ ອາຟະລິກາ ໃນທ້າຍເດືອນນີ້ ຫຼື ຕົ້ນເດືອນໜ້າ.  ສ່ວນບັນດາກຳປັ່ນລຳຕໍ່ໄປ ກໍຈະອອກເດີນທາງໄປ ອີຣີເຕີເຣຍ, ຊີມບຳເວ, ມາລີ ແລະ ສ.ອາຟະລິກາກາງ ກ່ອນທ້າຍປີນີ້.

        ເດືອນກໍລະກົດຜ່ານມາ, ໃນວາລະປະຊຸມຄົບຄະນະ ເວທີປາໄສເສດຖະກິດ ແລະ ການຊ່ວຍເຫຼືອມະນຸດສະທຳ ລັດເຊຍ - ອາຟະລິກາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍມະນຸດສະທຳ ທັນຍາພືດໃຫ້ແກ່ບັນດາປະເທດທີ່ມີຄວາມຕ້ອງການທີ່ສຸດໃນ ອາຟະລິກາ ພາຍຫຼັງທີ່ປະເທດນີ້ຖອນຕົວອອກຈາກຂໍ້ລິເລີ່ມ ທັນຍາພືດ ທະເລດຳ - ເຊິ່ງເປັນຂໍ້ຕົກລົງທີ່ອະນຸຍາດໃຫ້ ຢູແກຼນ ສົ່ງອອກທັນຍາພືດ ຜ່ານທະເລດຳ ໃນສະພາບເກີດການປະທະກັນ.


ຕອບກັບ

ຂ່າວ/ບົດ​ອື່ນ