ລັດ​ເຊຍ ເລີ່ມ​ຊ້ອມ​ຮົບ​ນິ​ວ​ເຄຼຍຍຸ​ດ​ທະ​ວິ​ທີ

(VOVWORLD) - ຮຸ່ງເຊົ້າວັນທີ 22 ພຶດສະພາ, ກະຊວງປ້ອງກັນປະເທດ ລັດເຊຍ ແຈ້ງໃຫ້ຊາບວ່າ ບັນດາກຳລັງຂອງປະເທດນີ້ ໄດ້ເລີ່ມດຳເນີນໄລຍະທີ 1 ຂອງການຊ້ອມຮົບນຳໃຊ້ອາວຸດນິວເຄຼຍຍຸດທະວິທີ, ຫຼື ຍັງໄດ້ເອີ້ນວ່າ ອາວຸດນິວເຄຼຍ ໄຮ້ຍຸດທະສາດ.
ລັດ​ເຊຍ ເລີ່ມ​ຊ້ອມ​ຮົບ​ນິ​ວ​ເຄຼຍຍຸ​ດ​ທະ​ວິ​ທີ - ảnh 1 ລັດເຊຍ ເລີ່ມດຳເນີນການຊ້ອມຮົບນິວເຄຼຍຍຸດທະວິທີ ຢູ່ເຂດຊາຍແດນທາງທິດໃຕ້ ໃນວັນທີ 21/5/2024 (ພາບ: BQP Nga/Reuters)

ກ່ອນໜ້ານັ້ນ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ໂດຍໃຫ້ຮູ້ວ່າ ການຊ້ອມຮົບໄດ້ດຳເນີນຢູ່ເຂດທະຫານ ທາງທິດໃຕ້. ລະອຽດ, ກຳລັງລູກສອນໄຟ ຈະຝຶກຊ້ອມການກະກຽມນຳໃຊ້ລະບົບລູກສອນໄຟຍຸດທະສາດ Iskander, ໃນຂະນະທີ່ກຳລັງປ້ອງກັນອາກາດຈະຝຶກຊ້ອມການປະກອບອາວຸດປ້ອງກັນອາກາດ, ລວມທັງລູກສອນໄຟເໜືອສຽງ Kinzhal, ກ່ອນທີ່ເຄື່ອນຍ້າຍໄປຍັງເຂດລາດຕະເວນໃນການຊ້ອມຮົບ.

        ແຈ້ງການດັ່ງກ່າວໄດ້ເນັ້ນໜັກເຖິງການຊ້ອມຮົບ ແນໃສ່ຮັບປະກັນຄວາມສາມາດກຽມພ້ອມຮັບມື ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລັດເຊຍ ໃນທຸກກໍລະນີ.

 


ຕອບກັບ

ຂ່າວ/ບົດ​ອື່ນ