ລັດ​ເຊຍ ແມ່​ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ ແລະ ເສຍ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ໂລກ ໃນ​ວັນ​ທີ 14 ກຸມ​ພາ

(VOVWORLD) -ວັນທີ 15 ກຸມພາ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອສະສົມທັງໝົດ ເກືອບ 413,76 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 5,84 ລ້ານຄົນ.

ລັດ​ເຊຍ ແມ່​ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ ແລະ ເສຍ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ໂລກ ໃນ​ວັນ​ທີ 14 ກຸມ​ພາ - ảnh 1ພາບປະກອບ: AFP/TTXVN

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກກ່ວາ 1,43 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 7.200 ຄົນ. ລັດເຊຍສືບຕໍ່ແມ່ນປະເທດມີຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ ເກືອບ 180.500 ຄົນ, ຖັດຈາກນັ້ນແມ່ນ ເຢຍລະມັນ, ຍີ່ປຸ່ນ… ລັດເຊຍ ກໍ່ແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ ດ້ວຍ 683 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ