ລັດເຊຍ ແລະ NATO ສ້າງຕັ້ງໂທລະສັບສາຍດ່ວນ

ລັດເຊຍ ແລະ NATO ສ້າງຕັ້ງໂທລະສັບສາຍດ່ວນ - ảnh 1
(ພາບປະກອບ)

​(vovworld) – ອົງການ​ NATO ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໄດ້​ສ້າງ​ຕັ້ງ​ຊ່ອງ​ຕິດ​ຕໍ່ການສູ້​ຮົບ 2 ຝ່າຍ​ເພື່ອ​ໃຫ້ 2 ຝ່າຍ​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ຢ່າງ​ທັນ​ການ ​ໃນ​ກໍ່​ລະ​ນີຄວາມ​​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ 2 ຝ່າຍ​ສ້າງ​ຕັ້ງ​ໂທລະສັບສາຍ​ດ່ວນພາຍຫຼັງ​ສົງຄາມ​ເຢັນ​ສິ້ນສຸດ​ລົງ. ​ແຕ່​ວ່າ, NATO ບໍ່​ເວົ້າ​ແຈ້ງ​ຈຸດ​ເວລາ​ຊ່ອງ​ຕິດ​ຕໍ່​ດັ່ງກ່າວ​ເລີ່​ມນຳ​ເຂົ້າ​ເຄື່ອນ​ໄຫວ, ກໍ່​ຄື​ລາຍ​ລະອຽດຂອງ “​ໂທລະສັບ​ສາຍດ່ວນ” ​ຍ້ອນ​ການ​ເຄື່ອນ​ໄຫວ​ນີ້​ຖືກ​ດຳ​ເນີນຢ່າງປິດ​ລັບ. ໜັງ​ສືພິມ Frankfurter Allgemeine Zeitung (FAZ) ຂອງ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Frank Ealter Steinmeier ​ເປັນ​ຜູ້​ຍົກ​ອອກ​ຂໍ້​ລິ​ເລີ່​ມສ້າງ​ຕັ້ງ​ໂທລະສັບສາຍ​​ດ່ວນ​ດັ່ງກ່າວ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢ່າງ​ທັນ​ການ ​ໃນ​ລະ​ພາບ​ທີ່​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຝ່າຍ​ຕາ​ເວັນ​ຕົກ ​ມີຄວາມ​ເຄັ່ງ​ຕຶງ​ຫຼາຍ​ຢ່າງທີ່​ກ່ຽວຂ້ອງ​ເຖິງ​ຢູ​ແຫຼ​ນ.

ຂ່າວ/ບົດ​ອື່ນ