ລັດ​ເຊຍ ແລະ ຈີນ ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ຮ່ວມ​ມື

(VOVWORLD) -ໃນການພົບປະຄັ້ງນີ້, ທ່ານປະທານປະເທດ ຈີນ ຖືວ່າ ປັກກິ່ງ ແລະ ມົດສະກູ ຄວນເພີ່ມທະວີຄວາມມານະພະຍາຍາມລວມ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານຄວາມໝັ້ນຄົງ ຂອງແຕ່ລະຝ່າຍ.
ລັດ​ເຊຍ ແລະ ຈີນ ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ຮ່ວມ​ມື - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜີງ ເຂົ້າຮ່ວມການເຈລະຈາແບບທາງໄກ (ພາບ: kremlin.ru)

ວັນທີ 15 ທັນວາ, ທ່ານປະທານປະເທດ ຈີນ ສີຈິ້ນຜີງ ໄດ້ຢັ້ງຢືນວ່າ ປະເທດນີ້ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືກັບ ລັດເຊຍ ໃນບັນຫາຄຸ້ມຄອງທົ່ວໂລກ ແລະ ຊຸກຍູ້ການພັດທະນາລວມ. ນີ້ແມ່ນຄຳກ່າວປາໄສທີ່ທ່ານປະທານປະເທດຈີນ ຍົກອອກມາຢູ່ກອງປະຊຸມທາງໄກ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນດຽວກັນ.

ໃນການພົບປະຄັ້ງນີ້, ທ່ານປະທານປະເທດ ຈີນ ຖືວ່າ ປັກກິ່ງ ແລະ ມົດສະກູ ຄວນເພີ່ມທະວີຄວາມມານະພະຍາຍາມລວມ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານຄວາມໝັ້ນຄົງ ຂອງແຕ່ລະຝ່າຍ. ໄປຄຽງຄູ່ກັນນັ້ນ, ທ່ານປະທານປະເທດ ຈີນ ສີຈິ້ນຜີງ ໄດ້ຮຽກຮ້ອງໃຫ້ 5 ປະເທດກຳມະການຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ ເພີ່ມທະວີການສົມທົບກັນໃນການປັບປຸງການຮ່ວມມືຕ້ານໂລກລະບາດ, ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ທົ່ວໂລກ ກໍ່ຄືຊຸກຍູ້ການຟື້ນຟູເສດຖະກິດ.

ສ່ວນທ່ານປະທານາທິບໍດີ ລັດເຊຍ Putin ໄດ້ເນັ້ນໜັກວ່າ ການພົວພັນ ລັດເຊຍ - ຈີນແມ່ນແບບຢ່າງກ່ຽວກັບການພົວພັນສາກົນໃນສະຕະວັດທີ 21. ທ່ານ Putin ໄດ້ຊີ້ແຈ້ງວ່າ: ປັດຈຸບັນ, ການພົວພັນ ລັດເຊຍ - ຈີນ ພວມຢູ່ໃນລະດັບດີທີ່ສຸດໃນປະຫວັດສາດ. ທ່ານກໍ່ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ໃນບັນດາຂົງເຂດຄື: ການຄ້າ, ນ້ຳມັນ ແລະ ເຊື້ອເພີງ, ການເງິນ, ການບິນ ແລະ ຍານອາວະກາດ, ກໍ່ຄືບັນດາໂຄງການຍຸດທະສາດໃຫຍ່ຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ