ລັດເຊຍ ແລະ ຍີ່ປຸ່ນ ຊຸກຍູ້ການເຈລະຈາ ແກ້ໄຂການພິພາດເຂດດິນແດນ

ລັດເຊຍ ແລະ ຍີ່ປຸ່ນ ຊຸກຍູ້ການເຈລະຈາ ແກ້ໄຂການພິພາດເຂດດິນແດນ - ảnh 1
( ພາບປະກອບ )

( vovworld ) – ລັດເຊຍ ແລະ ຍີ່ປຸ່ນ ຫາກໍເຫັນດີເປັນກະສັນ ຈະມານະພະຍາຍາມກ່ວາອີກ ເພື່ອກ້າວໄປເຖິງການແກ້ໄຂການພິພາດກັນຢູ່ເຂດ ໝູ່ເກາະ ຊື່ງຝ່າຍຍີ່ປຸ່ນເອີ້ນວ່າເຂດດິນແດນທາງທິດເໜືອ ແລະ ລັດເຊຍ ໄດ້ເອີ້ນວ່າໝູ່າເກາະ Kuril ​ໃຕ້ ພາຍຫຼັງ​ທີ​ປະທານາທິບໍດີ ຜູ້​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເລືອກ​ຕັ້ງຂອງ​ລັດ​ເຊຍ ທ່ານ V.Putin ສາບານ​ຕົວ​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 7/5 ທີ່​ຈະ​ມາ​ເຖິງ. ບັນດາ​ເຈົ້າໜ້າ​ທີ່​ຍີ່ປຸ່ນ​ໃຫ້​ຮູ້​ວ່າ: ທ່ານ Koichiro Gemba ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງລັດ​ເຊຍ Sergey Lavrov ບັນລຸ​ໄດ້​ຂໍ້​ຕົກລົງ​ດັ່ງກ່າວ ​ໃນ​ການພົບ​ປະ​ເຈລະຈາ​ສອງ​ຝ່າຍ ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (G8) ທີ່​ພວມ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ປະ​ເທດ​ອາ​ເມ​ລິ​ກາ. ຕາມ​ວົງ​ການ​​ເຈົ້າໜ້າ​ທີ່ຍີ່ປຸ່ນ​ແລ້ວ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihoko Noda ​ແລະ ນາຍົກລັດຖະມົນຕີ ລັດ​ເຊຍ V.Putin ອາດ​ຈະ​ເຂົ້າຮ່ວມ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍ​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G8 ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ຄ້າຍ David ຊື່​ງ​ແມ່ນ​ເຂດ​ພັກ​ຜ່ອນຂອງ​ປະທານາທິບໍ​ດີ​ ອາ​ເມ​ລິ​ກາ ​ໃນ​ກາງ​ເດືອນ 5 ທີ່​ຈະ​ມາ​ເຖິງ​ນີ້.

ຂ່າວ/ບົດ​ອື່ນ