ລັດເຊຍ ແລະ ນາໂຕ ໃຫ້ສັດຕະຍາບັນ ແຜນການຮ່ວມມື ການທະຫານປີ 2012

ລັດເຊຍ ແລະ ນາໂຕ ໃຫ້ສັດຕະຍາບັນ ແຜນການຮ່ວມມື ການທະຫານປີ 2012 - ảnh 1
( ລັດ​ເຊຍ ​ແລະ ນາ​ໂຕ ຮ່ວມ​ມື​ກາ​ນທະຫານ​ປີ 2012 )
ລັດ​ເຊຍ ​ແລະ ນາ​ໂຕ ​ໄດ​້​ໃຫ້​ສັດ​ຕະຍາ​ບັນ​ແຜນການ​ຮ່ວມ​ມື​ກາ​ນ ທະຫານ​ປີ 2012. ​ທ່ານ​ພົນ​ເອກ Nhicolai Makarop ​​ໃຫ້ຮູ້​ຄື​ແນວ​ນັ້ນ​ພາຍຫຼັງ​ສິ້ນສຸດ​ກອງ​ປະຊຸມຂັ້ນ​ເສນາ​ທິການ​ໃຫຍ່​ສະພາ​ລັດ​ເຊຍ - ນາ​ໂຕ ຢູ່​​ຢູ່ ​ເບີຣຸກ​ແສ​ນ, ປະ​ເທດ ​ແບນ​ຊິກ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ບັນດາ​ຝ່າຍ​ຍັງ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ຮ່ວມ​ມື​ດ້ານການ​ທະຫານ​​ໃນ​ຊຸມ​ປີຜ່ານມາຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. 2 ຝ່າຍ​ກໍ່​ລ້ອນ​ແຕ່​ຖື​ວ່າ ​ໄດ​້ບັນລຸ​ລະດັບ​ໃໝ່​ກ່ຽວກັບ​ການຮ່ວມມື​ຕ້ານ​ໂຈນ​ສະ​ລັດ. ນອກຈາກ​ນັ້ນ​ແລ້ວ ລັດ​ເຊຍ ​ແລະ ນາ​ໂຕ ​ໄດ້​ສ້າງ​ຕັ້ງ​ສາຍສຳພັນ​ຮ່ວມ​ມື​ໃນ​ບັນດາ​ການ​​ເຄື່ອນ​ໄຫວ້​ທີ່​ກຽວຂ້ອງ​ເຖິງ ອາກາ​ນິດ​ສຖານ.
ຂ່າວ/ບົດ​ອື່ນ