ລັດ​ເຊຍ ແລະ ຢູ​ແກຼນ ລ້ວນ​ແຕ່​ກຳ​ນົດ​ວ່າ ກຳ​ປັ່ນ​ຕ່າງໆ​ຢູ່​ທະ​ເລ​ດຳ ອາດ​ຈະ​ແມ່ນ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ການ​ທະ​ຫານ

(VOVWORLD) - ກະຊວງປ້ອງກັນປະເທດ ລັດເຊຍ ກຳນົດວ່າ ທຸກກຳປັ່ນຢູ່ທະເລດຳ ໄປເຖິງທ່າກຳປັ່ນແຫ່ງຕ່າງໆຂອງ ຢູແກຼນ “ອາດຈະແມ່ນກຳປັ່ນຂົນສົ່ງສິນຄ້າການທະຫານ”.
ລັດ​ເຊຍ ແລະ ຢູ​ແກຼນ ລ້ວນ​ແຕ່​ກຳ​ນົດ​ວ່າ ກຳ​ປັ່ນ​ຕ່າງໆ​ຢູ່​ທະ​ເລ​ດຳ ອາດ​ຈະ​ແມ່ນ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ການ​ທະ​ຫານ - ảnh 1

 ກຳປັ່ນຂົນສົ່ງທັນຍາພືດຂອງ ຢູແກຼນ ໄປຕາມຊ່ອງແຄບທະເລ Bosphorus ຢູ່ Istanbul, ປະເທດ ຕວກກີ ເມື່ອວັນທີ  2/11/2022. (ພາບ: AFP/TTXVN)

   ວັນທີ 20 ກໍລະກົດ, ກະຊວງປ້ອງກັນປະເທດ ຢູແກຼນ ປະກາດວ່າ ປະເທດນີ້ຈະຖືທຸກກຳປັ່ນໄປ ລັດເຊຍ ແລະ ເຂດໂດຍ ລັດເຊຍ ຄວບຄຸມຢູ່ ຢູແກຼນ ຜ່ານທະເລດຳ “ອາດຈະແມ່ນກຳປັ່ນຂົນສົ່ງສິນຄ້າການທະຫານ”. ຫຼັກການໃໝ່ນີ້ມີຜົນສັກສິດນັບແຕ່ວັນທີ 21 ກໍລະກົດເປັນຕົ້ນໄປ.

  ກ່ອນໜ້ານັ້ນ, ຄືໃນວັນທີ 19 ກໍລະກົດ, ກະຊວງປ້ອງກັນປະເທດ ລັດເຊຍ ກຳນົດວ່າ ທຸກກຳປັ່ນຢູ່ທະເລດຳ ໄປເຖິງທ່າກຳປັ່ນແຫ່ງຕ່າງໆຂອງ ຢູແກຼນ “ອາດຈະແມ່ນກຳປັ່ນຂົນສົ່ງສິນຄ້າການທະຫານ”. ຫຼັກການດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 20 ກໍລະກົດ. ກະຊວງປ້ອງກັນປະເທດ ລັດເຊຍ ໃສ່ໃຈວ່າ ບັນດາປະເທດປັກທຸງເທິງກຳປັນນັ້ນ ຈະຖືກຖືວ່າ ຝ່າຍເຂົ້າຮ່ວມການປະທະກັນຝ່າຍ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ