ລັດ​ເຊຍ ແລະ ຢູ​ແກຼນ ເຊື່ອ​ມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່

(VOVWORLD) -ວັນທີ 15 ມີນາ, ທ່ານ Davyd Arakhamia ສະມາຊິກຂອງຄະນະນັກເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ປະເທດນີ້ ແລະ ລັດເຊຍ ໄດ້ເຊື່ອມຕໍ່ການເຈລະຈາຄືນໃໝ່ ແລະ ດຽວນີ້ກຳລັງດຳເນີນການເຈລະຈາ.
ລັດ​ເຊຍ ແລະ ຢູ​ແກຼນ ເຊື່ອ​ມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່ - ảnh 1ຊາວລີ້ໄພ ຢູແກຼນ ຍົກຍ້າຍໄປສະຖານີລົດໄພແຫ່ງໜຶ່ງຢູ່ ໂປໂລຍ (ພາບ: PAP/TTXVN)

ໃນຂະນະນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ເນັ້ນໜັກວ່າ ຈຸດປະສົງຂອງການເຈລະຈາຮອບຕ່າງໆໃນປັດຈຸບັນ ລະຫວ່າງ ມົດສະກູ ແລະ Kiev ແມ່ນເພື່ອແນໃສ່ຮັບປະກັນສະພາບເປັນກາງຂອງ ຢູແກຼນ.

        ໃນວັນດຽວກັນ, ວັງ Kremlin ຖືວ່າ ຍັງໄວເກີນໄປທີ່ຈະຍົກອອກຂໍ້ສະຫຼຸບກ່ຽວກັບການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ແນໃສ່ແກ້ໄຂການປະທະກັນ. ເຖິງຢ່າງໃດກໍຕາມ, ທ່ານກໍໃຫ້ຮູ້ວ່າ ວິວັດການເຈລະຈາຍັງສືບຕໍ່ດຳເນີນຕາມທິດຕັ້ງໜ້າ.

        ກ່ອນໜ້ານັ້ນ, ລັດເຊຍ ແລະ ຢູແກຼນ ໄດ້ເຈລະຈາ 3 ຮອບແລ້ວ. ໝາກຜົນທີ່ບັນລຸໄດ້ແມ່ນ ສອງປະເທດໄດ້ຕົກລົງເຫັນດີສ້າງຕັ້ງແລວທາງມະນຸດສະທຳໃຫ້ແກ່ການຍົກຍ້າຍສາມັນຊົນ. ການເຈລະຈາຮອບທີ 4 ທຳມະດາແມ່ນຈະຈັດຂຶ້ນໃນວັນທີ 14 ມີນາ, ແຕ່ໄດ້ໂຈະໄວ້ເພື່ອໃຫ້ “ບັນດາໜ່ວຍປະຕິບັດງານເຮັດວຽກເພີ່ມເຕີມ ແລະ ເຮັດແຈ້ງນິຍາມໃດໜຶ່ງ”. ເຖິງຢ່າງໃດກໍຕາມ, ສອງຝ່າຍໄດ້ຕັດສິນໃຈສືບຕໍ່ເຈລະຈາໃນວັນທີ 15 ມີນາ.   


ຕອບກັບ

ຂ່າວ/ບົດ​ອື່ນ