ລັດເຊຍ ແລະ ສປປ ເກົາຫລີ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານການທະຫານ

(VOVWORLD) -ວັນທີ 17 ກັນຍາ, ສຳນັກຂ່າວສານສູນກາງ ສປປ ເກົາຫລີ ໄດ້ໃຫ້ຂ່າວວ່າ ການນຳ ສປປ ເກົາຫລີ Kim Jong Un ໄດ້ມີການປຶກສາຫາລືກັບລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu ກ່ຽວກັບການເພີ່ມທະວີການຮ່ວມມື ແລະ ແລກປ່ຽນດ້ານການທະຫານສອງຝ່າຍ.

ລັດເຊຍ ແລະ ສປປ ເກົາຫລີ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານການທະຫານ - ảnh 1ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ພົບປະກັບການນຳ ສປປ ເກົາຫລີ ຢູ່ Vladivostok ໃນວັນທີ 16 ກັນຍາ. ພາບ:AFP/TTXVN

ຕາມ KCNA ແລ້ວ,  ການພົບປະແມ່ນດຳເນີນໃນວັນທີ 16 ກັນຍາ ຢູ່ Vladivostok ໃນຂອບເຂດການໄປປະຕິບັດງານຂອງການນຳ Kim Jong Un ໄປຍັງ ລັດເຊຍ ພາຍຫລັງການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 13 ກັນຍາ ຜ່ານມາ. KCNA ຊີ້ແຈງວ່າ: ສອງຝ່າຍ ໄດ້ແລກປ່ຽນຄຳເຫັນມີລັກສະນະສ້າງສັນກ່ຽວກັບບັນດາບັນຫາຄວາມຈິງທີ່ເກີດຂຶ້ນ ເພື່ອເພີ່ມທະວີການສົມທົບຍຸດທະສາດ ແລະ ຍຸດໂທບາຍກວ່າອີກ, ການຮ່ວມມື ແລະ ແລກປ່ຽນເຊິ່ງກັນ ແລະກັນ ລະຫວ່າງກຳລັງປະກອບອາວຸດສອງປະເທດກໍ່ຄືໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ