ລັດເຊຍ ແລະ ອາເມລິກາ ໂຈະການເຈລະຈາກ່ຽວກັບການເຊື່ອມຕໍ່ການເຄື່ອນໄຫວສຳຫຼວດກວດການິວເຄຼຍ

(VOVWORLD) -ຕາມແຜນການກ່ອນໜ້ານັ້ນ, ການເຈລະຈາລະຫວ່າງເຈົ້າໜ້າທີ່ຂອງ 2 ປະເທດ ຈະປຶກສາຫາລືກ່ຽວກັບການເຊື່ອມຕໍ່ບັນດາການສຳຫຼວດກວດກາໃນຂອບເຂດສັນຍາ New START,
ລັດເຊຍ ແລະ ອາເມລິກາ ໂຈະການເຈລະຈາກ່ຽວກັບການເຊື່ອມຕໍ່ການເຄື່ອນໄຫວສຳຫຼວດກວດການິວເຄຼຍ - ảnh 1(ພາບປະກອບ: Reuters)

        ວັນທີ 28 ພະຈິກ, ກະຊວງການຕ່າງປະເທດ ລັດເຊຍ ແຈ້ງໃຫ້ຊາບວ່າ ກອງປະຊຸມຂອງຄະນະປະສານງານ 2 ຝ່າຍ ລັດເຊຍ - ອາເມລິກາ ໃນຂອບເຂດສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຈະບໍ່ຈັດຂຶ້ນໃນລະຫວ່າງວັນທີ 29 ພະຈິກ - 06 ທັນວາ ຈະມາເຖິງຢູ່ ກາຍໂຣ, ປະເທດ ອີຢິບ, ຄືດັ່ງແຜນການທີ່ໄດ້ວາງອອກ ແຕ່ຈະເລື່ອນໄປເວລາອື່ນ. ເຖິງຢ່າງໃດກໍ່ຕາມ, ແຈ້ງການບໍ່ແຈ້ງໃຫ້ຊາບສາຍເຫດໂຈະການເຈລະຈາດັ່ງກ່າວ.

        ຕາມແຜນການກ່ອນໜ້ານັ້ນ, ການເຈລະຈາລະຫວ່າງເຈົ້າໜ້າທີ່ຂອງ 2 ປະເທດ ຈະປຶກສາຫາລືກ່ຽວກັບການເຊື່ອມຕໍ່ບັນດາການສຳຫຼວດກວດກາໃນຂອບເຂດສັນຍາ New START, ເຊິ່ງເຄີຍຖືກໂຈະໄວ້ເມື່ອເດືອນ ມີນາ 2020 ຍ້ອນໂລກລະບາດໂຄວິດ-19. ໃນຕົ້ນເດືອນ ສິງຫາ ຜ່ານມາ, ມົດສະກູ ໄດ້ແຈ້ງຢຸດຕິການສຳຫຼວດກວດກາຂອງ ອາເມລິກາ ສຳລັບບັນດາສະຖານທີ່ການທະຫານຂອງ ລັດເຊຍ ໂດຍຊົ່ວຄາວ ໃນຂອບເຂດ New START ແລະ ຢືນຢັນວ່າ ນີ້ແມ່ນການກະທຳປະຕິກິລິຍາຕໍ່ເລື່ອງ ວໍຊິງຕັນ ກີດຂວາງການສຳຫຼວດກວດກາຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ