ລັດ​ເຊຍ ແລະ ເບ​ລາ​ຣຸດ ລົງ​ນາມ​ເອ​ກະ​ສານ​ເຊື່ອມ​ໂຍງ​ຂອງ ປະ​ເທດ​ພັນ​ທະ​ມິດ

(VOVWORLD) - ປະມຸກລັດລັດເຊຍ ແລະ ເບລາຣຸດ  ໄດ້ຮັບຮອງເອົາ 28 ລາຍການເຊື່ອມໂຍງ ທີ່ໄດ້ໃຫ້ສັດຕະຍາບັນໃນເດືອນກັນຍາ, ກໍ່ຄືບັນດາທິດທາງຫຼັກ ເພື່ອປະຕິບັດມາດຕາຂອງ ສົນທິສັນຍາສ້າງຕັ້ງປະເທດພັນທະມິດ ໄລຍະ 2021 – 2023.

ວັນທີ 4 ພະຈິກ, ປະມຸກລັດ ສອງປະເທດ ລັດເຊຍ ແລະ ເບລາຣຸດ ໄດ້ລົງນາມເອກະສານຫຼາຍສະບັບກ່ຽວກັບການເຊື່ອມໂຍງຂອງປະເທດພັນທະມິດ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ລົງນາມເອກະສານເຊື່ອມໂຍງຂອງ ປະເທດພັນທະມິດຢູ່ກອງປະຊຸມຂອງ ສະພາລັດສູງສຸດ. ປະມຸກລັດສອງປະເທດ ໄດ້ຮັບຮອງເອົາ 28 ລາຍການເຊື່ອມໂຍງ ທີ່ໄດ້ໃຫ້ສັດຕະຍາບັນໃນເດືອນກັນຍາ, ກໍ່ຄືບັນດາທິດທາງຫຼັກ ເພື່ອປະຕິບັດມາດຕາຂອງ ສົນທິສັນຍາສ້າງຕັ້ງປະເທດພັນທະມິດ ໄລຍະ 2021 – 2023. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ກໍ່ຮັບຮອງເອົາທິດສະດີປັດຊະຍາທາງການທະຫານ ແລະ ນິຍາມກ່ຽວກັບນະໂຍບາຍອົບພະຍົບ.


ຕອບກັບ

ຂ່າວ/ບົດ​ອື່ນ