ລັດເຊຍກ່າວຫາຕວກກີຕັ້ງໃຈເກາະຜິດ

ລັດເຊຍກ່າວຫາຕວກກີຕັ້ງໃຈເກາະຜິດ - ảnh 1
ເຮືອບິນ Su 34 (ພາບປະກອບ)

(vovworld) – ​ວັນທີ 1/2, ມົດ​ສະ​ກູ ຖື​ວ່າ ຄຳ​ກ່າວ​ຫາ​ຂອງ Ankana ກ່ຽວ​ກັບ ​ເລື່ອງ​ເຮືອບິນ​ລັດ​ເຊຍ ລ່ວງ​ລຳ້ ​ເຂດ​ນ່ານຟ້າ ຕວກກີ ຖືກຍົກ​ອອກ​ມາ​ໂດຍ​ບໍ່​ມີ​ຫຼັກ​ຖານ​ຊັດ​​ເຈນ​ໃດໆ ​ແລະ ​ແມ່ນ​ການ​ກະທຳ​ເກາະ​ຜິດ​ດ້ວຍ​ການ​ຄິດ​ໄລ່​ຊັ່ງຊາ​ລ່ວງ​ໜ້າ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ, ພົນ​ຈັດຕະວາ Igor Konashenkov, ຊີ້​ແຈ້ງ​ກອງທັບ ລັດ​ເຊຍ​ ພວມ​ກຳມະສິດ​ວີ​ດີ​ໂອ​ຕອນ​ໜຶ່ງ​ໂດຍ​ຝ່າຍ ຊີຣີ ສະໜອງ​ໃຫ້, ​ໃນ​ນັ້ນ​ຖ່າຍ​ທຳ​ຮູບ​ພາບ​ປືນ​ໃຫຍ່​ຂອງ ຕວກກີ ພວມ​ຍິງ​ເຂົ້າ​ບ້ານ​ແຫ່ງ​ໜຶ່ງ​ຂອງ ຊີຣີ ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ. ຖະ​ແຫຼ​ງການ​ກໍ​ເວົ້າ​ວ່າ, ປະຈຸ​ບັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ພວມ​ລໍຖ້າ​ຄຳ​ຕອບ​ຈາກ ຕວກກີ, ອົງການສົນທິ​ສັນຍາປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ (NATO) ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ