ລັດເຊຍກ່າວເຕືອນຜົນສະທ້ອນຂອງເລື່ອງອາເມລິກາ ຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ

(VOVWORLD) -ອາເມລິກາ ອາດຈະຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ, ຈະແມ່ນການໂມ່ງບາດຄ້ອນຢ່າງແຮງໃສ່ຄວາມໝັ້ນຄົງເອີລົບ.

ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Grushko ຖະແຫຼງວ່າ, ອາເມລິກາ ອາດຈະຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ, ຈະແມ່ນການໂມ່ງບາດຄ້ອນຢ່າງແຮງໃສ່ຄວາມໝັ້ນຄົງເອີລົບ.

          ໃນວັນທີ 25 ທັນວາ, ກ່າວຄຳເຫັນຕໍ່ນັກຂ່າວໜັງສືພິມ Kommersant ຂອງລັດເຊຍ ກ່ຽວກັບປະຕິກິລິຍາໃນກໍລະນີອາເມລິກາ ຖອນຕົວອອກຈາກສົນທິສັນຍາ ນ່ານຟ້າເປີດ, ທ່ານຮອງລັດຖະມົນຕີການຕ່າງປະເທດ Grushko ຊີ້ແຈ້ງວ່າ, ລັດເຊຍ ຈະຍົກອອກຄຳຕັດສິນໂດຍອີງໃສ່ຜົນປະໂຫຍດແຫ່ງຊາດ. ບໍ່ວ່າຈະເປັນຄືແນວໃດ, ນີ້ຈະແມ່ນການໂມ່ງບາດຄ້ອນຢ່າງແຮງໃສ່ຄວາມໝັ້ນຄົງເອີລົບ.

          ທ່ານຮອງລັດຖະມົນຕີການຕ່າງປະເທດ Grushko ກໍ່ໃຫ້ຮູ້ວ່າ, ອາເມລິກາ ຍັງບໍ່ທັນແຈ້ງໃຫ້ລັດເຊຍ ຮັບຊາບກ່ຽວກັບຂໍ້ຕົກລົງຖອນຕົວອອກຈາກສົນທິສັນຍາດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ