ລັດເຊຍຄັດຄ້ານໄທຈັບຕົວພົນລະເມືອງປະເທດນີ້ຕາມຄຳຮຽກຮ້ອງຂອງອາເມລິກາ

ລັດເຊຍຄັດຄ້ານໄທຈັບຕົວພົນລະເມືອງປະເທດນີ້ຕາມຄຳຮຽກຮ້ອງຂອງອາເມລິກາ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Maria Zakharova
(ພາບ: Sputnik)

(vovworld) - ​​ ​ລັດ​ເຊຍ ຈະ​ນຳ​ໃຊ້​ທຸກ​ມາດ​ຕະ​ການ​ເພື່ອ​ນຳພົນ​ລະ​ເມືອງ​ປະ​ເທ​ດນີ້​ເຊິ່ງ​ແມ່ນ Dmitry Ukrainski ຖືກ​ຕຳ​ຫຼວດ​ໄທ​ ຈັບ​ຕົວ​ເມື່ອ​ວັນ​ທີ 15/07, ຢູ່​ນະ​​ຄອນ ພັດ​ທະຢາ ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ກົມ​ສືບ​ສວນ​ສອບ​ສວນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ (FBI) ​ກັບ​ເມືອ​ປະ​ເທດ. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ເຊິ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຍົກ​ອອກ​ມາ​ໃນ​ວັນ​ທີ 21/07. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Maria Zakharova ໃຫ້​ຮູ້​ວ່າ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໄ​ດ້​ຮຽກ​ຕົວ​ອຸ​ປະ​ທູດ​ຊົ່ວ​ຄາວ​ຂອງ​ໄທ ​ປະ​ຈຳ​ລັດ​ເຊຍ ມາ​ ເພື່ອມອບຈົດ​ໝາຍ​ທາງ​ການຊຶ່ງ​ຖະ​ແຫຼງວ່າ “ບໍ່​​ອາດ​ຮັບ​ຮູ້​​ເລື່ອງ​ພົນ​ລະ​ເມືອງ​ລັດ​ເຊ​ຍ ຖືກພາ​ຕົວ​ໄປ​ອາ​ເມ​ລິ​ກາ”. ທ່ານ​ນາງ Maria Zakharova ເນັ້​ນ​ໜັກ​ວ່າ, ​ປະ​ຈຸ​ບັນນີ້, ມົດ​ສະ​ກູ ຍັງ​ບໍ່​ທັນ​​​ໄດ້ຮັບ​ແຈ​້ງ​ການ​ໃດໆ​ຈາກ​ຝ່າຍ​ໄທ ຫຼື ອາ​ເມ​ລິ​ກາ, ອະ​ທິ​ບາຍ​ສາຍ​ເຫດ​ຈັບ​ຕົວ​ພົນ​ລະ​ເມືອງ​ລັດ​ເຊຍ. ໃນ​ຂະ​ນະ​ນັ້ນ, ຕາມ​ຕ​ຳ​ຫຼວດ​ໄທ ແລ້ວ, ເລື່ອງ​ຈັບ​ຕົວ​ພົນ​ລະ​ເມືອງ​ລັດ​ເຊຍ ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ຮ​ຽກ​ຮ້ອງ​ຂອງ FBI ເພື່ອ​ພາ​ຕົວ​ໄ​ປຍັງ​ອາ​ເມ​ລິ​ກາ ດ້ວຍ​ຂໍ້​ກ່າວ​ຫາ​ວ່າ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວຟອກ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່.

ຂ່າວ/ບົດ​ອື່ນ