ລັດເຊຍຈະພິຈາລະນາຂໍ້ສະເໜີຂອງປະທານາທິບໍດີຢູແກຼນກ່ຽວກັບການເຈລະຈາຕາມຮູບແບບໃໝ່ຢູ່ Minsk

(VOVWORLD) -       ຕອນເຊົ້າວັນທີ 08 ກໍລະກົດ, ສື່ມວນຊົນລັດເຊຍ ໃຫ້ຂ່າວວ່າ, ທ່ານປະທານາທິບໍດີຢູແກຼນ Volodymyr Zelensky ໄດ້ສະເໜີການຈັດພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin ຢູ່ນະຄອນຫຼວງ Minsk, ສ.ເບລາຣຸດ

ລັດເຊຍຈະພິຈາລະນາຂໍ້ສະເໜີຂອງປະທານາທິບໍດີຢູແກຼນກ່ຽວກັບການເຈລະຈາຕາມຮູບແບບໃໝ່ຢູ່ Minsk - ảnh 1 ທ່ານ Dmitri Peskov, ເລຂາດ້ານການຂ່າວຂອງປະທານາທິບໍດີລັດເຊຍ

(ພາບ: AFP)

ດ້ວຍການເຂົ້າຮ່ວມເປັນຄົນກາງໄກເກ່ຍຂອງປະທານາທິບໍດີອາເມລິກາ, ນາຍົກລັດຖະມົນຕີອັງກິດ, ນາຍົກລັດຖະມົນຕີເຢຍລະມັນ ແລະ ປະທານາທິບໍດີຝລັ່ງ. ຕາມຄຳເວົ້າຂອງທ່ານ Zelensky ແລ້ວ, ແມ່ນຕ້ອງປຶກສາຫາລື “Crimea ແມ່ນຂອງຜູ້ໃດ ແລະ ຜູ້ໃດທີ່ບໍ່ມີຢູ່ Donbass”. ເມື່ອຕອບຄືນ, ທ່ານ Dmitri Peskov, ເລຂາດ້ານການຂ່າວຂອງປະທານາທິບໍດີລັດເຊຍ ຖະແຫຼງວ່າ, ລັດເຊຍ ຍັງບໍ່ທັນພ້ອມທີ່ຈະໃຫ້ຄຳຕອບກ່ຽວກັບຄຳເຊື້ອເຊີນຂອງປະທານາທິບໍດີຢູແກຼນ ໃນການດຳເນີນການເຈລະຈາເພື່ອແກ້ໄຂສະພາບການຢູ່ Donbass ດ້ວຍການເຂົ້າຮ່ວມຂອງອາເມລິກາ, ອັງກິດ, ເຢຍລະມັນ ແລະ ຝລັ່ງ, ແຕ່ຈະຄົ້ນຄວ້າຂໍ້ສະເໜີດັ່ງກ່າວ. ຕາມທ່ານ Dmitri Peskov ແລ້ວ, ນີ້ແມ່ນຮູບແບບໃໝ່ອ່ຽມ. ສະນັ້ນຕ້ອງເຂົ້າໃຈວ່າ ຈະມີແງ່ຫວັງໃນການພົບປະຄືແນວນັ້ນຫຼືບໍ່, ສິ່ງໃດທີ່ໄດ້ສະເໜີໃຫ້ແກ່ຮູບແບບໃໝ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ