ລັດເຊຍຊ່ວຍຫວຽດນາມກໍ່ສ້າງສູນວິທະຍາສາດແລະເຕັກໂນໂລຢີນິວເຄຼຍ

ລັດເຊຍຊ່ວຍຫວຽດນາມກໍ່ສ້າງສູນວິທະຍາສາດແລະເຕັກໂນໂລຢີນິວເຄຼຍ - ảnh 1
ເຕົາປະຕິກອນນິວເຄຼຍຢູ່ ດ່າລາດ
(ພາບ: TTXVN)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ຟື້ນ​ຟູ ​ແລະ ​ເປີດ​ກ້ວາງ​ເຕົາ​ປະຕິ​ກອນ​ນິວ​ເຄຍ ດ່າ​ລາດ, 60 ປີ​ແຫ່ງ​ວັນ​ພະລັງງານ​ປະລະມານູ, ຕອນ​ບ່າຍ​ວັນ​ທີ 18/3, ຢູ່​ນະຄອນ ​​ດ່າ​ລາ​ດ, ​ແຂວງ ​ເລີມ​ດົ່ງ, ຜູ້ຕາງໜ້າ​ກຸ່ມ​ບໍລິສັດ​ພະລັງງານ​ປະລະມານູ​ແຫ່ງ​ຊາດ ລັດ​ເຊຍ Rosatom, ​ໄດ້​​ແຈ້ງກັບ​ສື່​ມວນ​ຊົນ​ກ່ຽວ​ກັບ​ບັນດາ​ໝາກຜົນ​ຂອງ​ການ​ຮ່ວມ​ມື ຫວຽດນາມ - ລັດ​ເຊຍ ​ໃນ​ຂົງ​ເຂດ​ພະລັງ​ງານ​ນິວ​ເຄຼຍ.

    ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ກຸ່ມ​ບໍລິສັດ​ພະລັງງານ​ປະລະມານູ​ແຫ່ງ​ຊາດ ລັດ​ເຊຍ Rosatom ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາອົງ​ການ​ຂອງ ຫວຽດນາມ ​ແລະ ລັດ​ເຊຍ ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ. ​ໃນ​ນັ້ນ, ພົ້ນ​ເດັ່ນ​ແມ່ນ​ບັນຫາ​ເຊັນ​ສັນຍາ​ຮ່ວມ​ມື​ສະໜອງ​ບໍລິການ​​ໃຫ້​ຄຳ​ປຶກສາ, ສ້າງ​ແຜນ​ຮ່າງ ​ແລະ ຄົ້ນ​ຄ້ວາ​ຄວາມ​ສາມາ​ດ​ເປັນ​ໄປ​ໄດ້​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງ ຫວຽດນາມ ​​ແມ່ນ ນິງທ້ວນ 1 ຢູ່​ແຂວງ ນິງທ້ວນ. ຜູ້ຕາງໜ້າ​ກຸ່ມ​ບໍລິສັດ​ພະລັງງານ​ປະລະມານູ​ແຫ່ງ​ຊາດ ລັດ​ເຊຍ Rosatom ກໍ່​ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ໂຄງການ​ສູນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີນິວ​ເຄຼຍ, ສູນ​ຄົ້ນ​ຄ້ວາ​ຕົ້ນ​ຕໍ່​ຂອງ​ຂະ​ແໜງ​ພະລັງງານ​ປະລະມານູ ຫວຽດນາມ. ຍອດ​ເງິ​ນລົງ​ທຶນ​ໃນ​ໂຄງການ​ນີ້​ປະມານ 500 ລ້ານ USD, ​​ໂດຍ ລັດ​ເຊຍ​ໜູນ​ຊ່ວຍ​ທຶນກູ້​ຢືມ​ດ້ວຍ​ອັດຕາ​ດອກ​ເບ້ຍ​ພິ​ເສດ. ທ່ານ Pershukov, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ພະລັງງານ​ປະລະມານູ​ແຫ່ງ​ຊາດ ລັດ​ເຊຍ Rosatom ​ໃຫ້​ຮູ້​ວ່າ:

    “ຈຳນວນ​ຜູ້​ເຮັດ​ວຽກ​ຢູ່​ສູນ​ແມ່ນ​ປະມານ​ແຕ່ 400 – 500 ຄົນ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ສູນ​ຈະ​ກໍ່ສ້າງສຳ​ເລັດ​ໃນ​ປີ 2020. ຄຽງ​ຄູ່​ກັບ​ການ​ກໍ່ສ້າງ,  ພວກ​ເຮົາ​ຈະ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນູ​ດ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຄື່ອນ​ໄຫວ​ຂອງ​ສູນ​ດັ່ງກ່າວ.”


ຂ່າວ/ບົດ​ອື່ນ