ລັດ​ເຊຍ​ຍົກ​ອອກ​ຄຳ​ສະ​ເໜີ ຢູ​ແກຼນ​ຮັບ​ປະ​ກັນ​ທີ່​ຕັ້ງ​ເປັນ​ກາງ​ຜ່ານ​ການ​ເຈ​ລະ​ຈາ

(VOVWORLD) -ວັນທີ 9 ມີນາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ປະເທດນີ້ຈະບັນລຸໄດ້ເປົ້າໝາຍກ່ຽວກັບການຮັບປະກັນທີ່ຕັ້ງເປັນກາງຂອງ ຢູແກຼນ ແລະ ຢາກປະຕິບັດໄດ້ສິ່ງນີ້ຕ້ອງຜ່ານການເຈລະຈາ.

ລັດ​ເຊຍ​ຍົກ​ອອກ​ຄຳ​ສະ​ເໜີ ຢູ​ແກຼນ​ຮັບ​ປະ​ກັນ​ທີ່​ຕັ້ງ​ເປັນ​ກາງ​ຜ່ານ​ການ​ເຈ​ລະ​ຈາ - ảnh 1ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: Sputnik)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາງ Maria Zakharova ເນັ້ນໜັກວ່າ, ບັນດາເປົ້າໝາຍຂອງ ມົດສະກູ ບໍ່ລວມມີການໂຄ່ນລົ້ມອຳນາດການປົກຄອງ Kiev, ພ້ອມທັງສະແດງຄວາມຫວັງວ່າຈະບັນລຸໄດ້ຄວາມຄືບໜ້າພໍສົມຄວນໃນການເຈລະຈາຮອບຕໍ່ໄປກັບ ຢູແກຼນ. ຕາມທ່ານນາງແລ້ວ, ການເຄື່ອນໄຫວທາງການທະຫານຂອງ ລັດເຊຍພວມດຳເນີນຕາມແຜນການ.

ຕອບກັບ

ຂ່າວ/ບົດ​ອື່ນ