ລັດ​ເຊຍ​ຍົກ​ອອກ​ເງື່ອນ​ໄຂ​ເປີດ​ທ່າ​ກ່ຳ​ປັ່ນແຄ​ມ​​ຝັ່ງທະ​ເລ​ດຳ​ຂອງ ຢູ​ແກຼນ ຄືນ​ໃໝ່

(VOVWORLD) - ຕາມສຳນັກຂ່າວສານ Interfax ແລ້ວ, ວັນທີ 19 ພຶດສະພາ, ກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ຄຳຮຽກຮ້ອງຂອງ ສປຊ  ທີ່ຕ້ອງການໃຫ້ເປີດທ່າກ່ຳປັ່ນຢູ່ແຄມຝັ່ງທະເລດຳຂອງ ຢູແກຼນ ຄືນໃໝ່ຕ້ອງຕິດພັນກັບຂໍ້ຕົກລົງຍົກເລີກບັນດາຄຳສັ່ງລົງໂທດທີ່ແນໃສ່ ມົດສະກູ.
ລັດ​ເຊຍ​ຍົກ​ອອກ​ເງື່ອນ​ໄຂ​ເປີດ​ທ່າ​ກ່ຳ​ປັ່ນແຄ​ມ​​ຝັ່ງທະ​ເລ​ດຳ​ຂອງ ຢູ​ແກຼນ ຄືນ​ໃໝ່ - ảnh 1ກ່ຳປັ່ນຂອງລັດເຊຍ ຢູ່ທະເລດຳ (ພາບ: AFP/TTXVN)

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Andrei Rudenko ຖືວ່າ ບໍ່ພຽງແຕ່ຮຽກຮ້ອງ ລັດເຊຍເທົ່ານັ້ນ ຫາກຍັງຕ້ອງຮັບຮູ້ສາຍເຫດທີ່ກໍ່ໃຫ້ເກີດວິກິດການດ້ານທັນຍາຫານໃນປັດຈຸບັນ ທັງໝົດອີກດ້ວຍ ແລະ ເປັນທີ່ຈະແຈ້ງແລ້ວວ່າ ບັນດາມາດຕະການລົງໂທດໂດຍ ອາເມລິກາ ແລະ ສະຫະພາບ ເອີລົບ ທີ່ຈັດວາງໃສ່ ລັດເຊຍ ໄດ້ແຊກແຊງເຂົ້າການຄ້າເສລີປົກກະຕິ, ລວມມີທັງບັນດາຜະລິດຕະພັນ ອາຫານ,  ເຂົ້າບະເລ ແລະ  ຝຸ່ນ.

ກ່ອນໜ້ານັ້ນໃນວັນທີ 18 ພຶດສະພາ, ທ່ານ David Beasley ຜູ້ອຳນວຍການຝ່າຍບໍລິຫານ ອົງການທັນຍາຫານ ໂລກ (WFP) ຂອງ ສປຊ ໄດ້ສະເໜີໃຫ້ ລັດເຊຍ ເປີດທ່າກ່ຳປັ່ນຢູ່ແຄມຝັ່ງທະເລດຳ ຂອງ ຢູແກຼນຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ