ລັດ​ເຊຍ​ຍັງສືບ​ຕໍ່​ຂົນ​ສົ່ງ​ອາຍ​ແກັດ ໄປ​ຍັງ ເອີ​ລົບ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມລັດຖະດຳລັດ ກ່ຽວກັບການຈຳກັດວິຊາ ສຳລັບພົນລະເມືອງຂອງບັນດາປະເທດ ເຊິ່ງມົດສະກູຖືວ່າ “ບໍ່ເປັນມິດກັບລັດເຊຍ” ເພື່ອໂຕ້ຕອບຄຳສັ່ງລົງໂທດທີ່ກ່ຽວຂ້ອງເຖິງບັນຫາຢູແກຼນ.
ລັດ​ເຊຍ​ຍັງສືບ​ຕໍ່​ຂົນ​ສົ່ງ​ອາຍ​ແກັດ ໄປ​ຍັງ ເອີ​ລົບ - ảnh 1ພາບປະກອບ: AFP/TTXVN

ວັນທີ 4 ເມສາ, ລັດເຊຍ ສືບຕໍ່ຂົນສົ່ງ ອາຍແກັດໄປຍັງ ເອີລົບຜ່ານບັນດາທໍ່ສົ່ງຫຼັກ ເຖິງວ່າບັນດາເງື່ອນໄຂກ່ຽວກັບການຊຳລະຍັງບໍ່ຈະແຈ້ງ ໃນສະພາບການນບັນດາການນຳເອີລົບຮຽກຮ້ອງໃຫ້ເພີ່ມທະວີມາດຕະການລົງໂທດໃສ່ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງບັ້ນຮົບການທະຫານພິເສດຂອງປະເທດນີ້ຢູ່ຢູແກຼນ. ກຸ່ມບໍລິສັດພະລັງງານ Gazprom ຂອງລັດເຊຍ ໃຫ້ຮູ້ວ່າ ຈະສືບຕໍ່ສະໜອງອາຍແກັດໃຫ້ແກ່ເອີລົບ ຜ່ານຢູແກຼນຕາມຄວາມຮຽກຮ້ອງຂອງລູກຄ້າ. ເຖິງຢ່າງໃດກໍ່ຕາມ, ເລື່ອງລັດເຊຍຮຽກຮ້ອງໃຫ້ບັນດາປະເທດນຳເຂົ້ານ້ຳມັນ ແລະ ອາຍແກັດຂອງປະເທດນີ້ຕ້ອງຊຳລະດ້ວຍເງິນ Ruble ພວມກໍ່ໃຫ້ເກີດຂຶ້ນບັນດາຄວາມສົງໄສກ່ຽວກັບການເຄື່ອນໄຫວຂົນສົ່ງພະລັງງານໃນອະນາຄົດ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມລັດຖະດຳລັດ ກ່ຽວກັບການຈຳກັດວິຊາ ສຳລັບພົນລະເມືອງຂອງບັນດາປະເທດ ເຊິ່ງມົດສະກູຖືວ່າ “ບໍ່ເປັນມິດກັບລັດເຊຍ” ເພື່ອໂຕ້ຕອບຄຳສັ່ງລົງໂທດທີ່ກ່ຽວຂ້ອງເຖິງບັນຫາຢູແກຼນ. ລັດຖະດຳລັດ ມີຜົນສັກສິດເລີ່ມແຕ່ວັນທີ 4 ເມສາເປັນຕົ້ນໄປ, ຕາມນັ້ນແລ້ວ ຈະຢຸດຕິລະບົບສະໜອງວິຊາ ຂອງລັດເຊຍ ໃຫ້ແກ່ບາງປະເທດສະມາຊິກ ສະຫະພາບເອີລົບ (EU) ກໍ່ຄື ນອກແວ, ສະວິດ, ແດນມາກ ແລະ ອຽນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ