ລັດເຊຍຖະແຫຼງຈະໂຕ້ຕອບ ຖ້າຫາກ EU ປະຕິບັດມາດຕະການລົງໂທດ.

ລັດເຊຍຖະແຫຼງຈະໂຕ້ຕອບ ຖ້າຫາກ EU ປະຕິບັດມາດຕະການລົງໂທດ.  - ảnh 1
ກອງ​ປະຊຸມ​ວິສາມັນ​ສະພາ​ເອີ​ລົບ​ເມື່ອ​ວັນ​ທີ 6/3 ຢູ່​ບຣຸກ​ແຊນປະ​ເທດ​ແບ​ຍຊິກ    (ພາບ: AFP)

(vovworld)- ລັດ​ເຊຍຖະແຫຼງຈະໂຕ້ຕອບ ຖ້າຫາກ EU ປະຕິບັດ​ມາດ​ຕະການ​ລົງ​ໂທດ. ນີ້​ແມ່ນ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງ​ປະ​ເທດລັດ​ເຊຍ​ເມື່ອ​ວັນ​ທີ 7/3. ຖະ​ແຫຼ​ງການ​ນີ້​ຖືກ​ຍົກ​ອອກ​ພາຍຫຼັງ​ກອງ​ປະຊຸມ​ວິສາມັນ​ສະພາ​ເອີ​ລົບ​ເມື່ອ​ວັນ​ທີ 6/3 ຢູ່​ບຣຸກ​ແຊນປະ​ເທດ​ແບ​ຍຊິກ ກ່ຽວ​ກັບ​ສະພາບການ ຢູກ​ແຣນ, ​ໃນ​ນັ້ນ​ໄດ້​ປະກາດ​ບາງ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ. ​ໃນ​ຂະນະ​ນັ້ນ ຄື​ວັນ​ທີ 7/3, ​ໂຄສົກ​ຂອງ​​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Mkrtin Nesirky ​ໃຫ້​ຮູ້​ວ່າ ​ທ່ານ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍຢູ່ ຢູກ​ແຣນ​ຈົ່ງ​ລະງັບ​ໃຈ​ຕໍ່​ເລື່ອງ​ ປະ​ເທດ ສ. ກຣືມ ທີ່​ປົກຄອງ​ດ້ວຍ​ຕົນ​ເອງດຳ​ເນີນ​ການລົງປະຊາ​ມະຕິ​ກ່ຽວ​ກັບ​ການ​ແຍກ​ຕົວ​ອອກ​ຈາກ ຢູກ​ແຣນ ​ເພື່ອ​ໂຮມ​ເຂົ້າ​ດິນ​ແດນ​ລັດ​ເຊຍຫຼື​ບໍ່. ສະຫະ​ປະຊາ​ຊາດຖື​ວ່າ ຂໍ້​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ ສ. ກຣືມ ຮັບຮອງ​ເອົາ​ແຜນການ​ດຳ​ເນີນ ການລົງປະຊາ​ມະຕິ​​ໃນ​ວັນ​ທີ 16/3 ​ແມ່ນ​ການ​ຜັນ​ແປ​ທີ່​ໜ້າ​ວິຕົກ​ກັ່ງ​ວົນ, ​ແຕ່ ສະຫະ​ປະຊາ​ຊາດບໍ່​ຖື​ເລື່ອງ​ນີ້​ແມ່ນ​ຜິດ​ກົດໝາຍ​ສາກົນ​ຫຼື​ໄປ​ຝືນ​ກັບ​ລັດຖະທຳ​ມະນູນ ຢູກ​ແຣນ ຄື​ດັ່ງ​ທັດສະນະ​ຂອງ​ອາ​ເມລິ​ກາ ​ແລະ ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ.

ຂ່າວ/ບົດ​ອື່ນ