ລັດເຊຍທຳລາຍສາງອາວຸດຂອງISຢູ່ຊີຣີຫຼາຍແຫ່ງ

ລັດເຊຍທຳລາຍສາງອາວຸດຂອງISຢູ່ຊີຣີຫຼາຍແຫ່ງ - ảnh 1
ລັດເຊຍ ທຳລາຍສາງອາວຸດຂອງ IS ຢູ່ຊີຣີຫຼາຍແຫ່ງ
(ພາບປະກອບ: AFP/TTXVN))

(vovworld) - ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ​ໃຫ້​ຮູ້​ວ່າ, ວັນ​ທີ 14/8, ​ເຮືອບິນ​ຖີ້ມລະ​ເບີດ​ໄລຍະ​ໄກ 6 ລຳ​ຂອງ​ ລັດ​ເຊຍ​ໄດ້​ທຳລາຍ​ບັນດາ​ສາງ​ອາວຸດ​ຂອງ​ອົງການ​ແຫ່ງ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​​ເອງ​ຢູ່​ໃກ້​ກັບ​ຖານ​ທີ່​ໝັ້ນ​ Deir Ezzor ຂອງອົງ​ການ​ນີ້​ ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ຊີຣີ. ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ​ໃຫ້​ຮູ້​ວ່າ, ບັນດາ​ເຮືອບິນ​ຂອງ ລັດ​ເຊຍ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ແລະ ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ນະຄອນ Deir Ezzor, ທຳລາຍ​ກອງ​ບັນຊາ​ການ 2 ​ແຫ່ງ, ສາງ​ອາວຸດ 6 ​ແຫ່ງ, ບັນດາ​ລົດ​​ທະຫານ​ ​ແລະ​ມີ​ປືນ ຂອງ IS ຫຼາຍ​ຄົນ.

IS ຄວບ​ຄຸມ​ນະຄອນ Deir Ezzor ​ແລະ ​ແຂວງ Deir Ezzor ສ່ວນ​ຫຼາຍ, ​ຢູ່​ບ່ອນ​ທີ່​ມີ​ບໍ່​ນ້ຳມັນ​ຫຼາຍ​ແຫ່ງ​ ຢູ່​ທາງ​ທິດຕາ​ເວັນ​ອອກ ຊີຣີ ​ແລະ ພວມ​ຍາດ​ຊິງ​ກັບ​ກຳລັງ​ລັດຖະບານ ຊີຣີ ​ເພື່ອ​ແນ​ໃສ່​ຢືດຄອງ​ຖານ​ທີ່​ໝັ້ນ​ທັບ​ອາກາດ​ທີ່​ສຳຄັນ​ຢູ່​ເຂດ​ນີ້.

ຂ່າວ/ບົດ​ອື່ນ