ລັດເຊຍບໍ່ຕັດການພົວພັນທາງການທູດກັບຢູແກຼນ

ລັດເຊຍບໍ່ຕັດການພົວພັນທາງການທູດກັບຢູແກຼນ - ảnh 1
ປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: Telegraph)

(vovworld) - ວັນທີ 19/8, ຢູ່ ແຫຼມ Crimea, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຖະແຫຼງວ່າ, ລັດ​ເຊຍ​ຈະບໍ່ຕັດ​ການ​ພົວພັນ​ທາງ​ການ​ທູດ​ກັບ​ ຢູ​ແກຼນ. ທ່ານ Putin ສະແດງຄວາມຫວັງວ່າ, ຢູ​ແກຼນ ຈະແກ້ໄຂວິກິດການທາງການທູດກັບມົດສະກູທີ່ເລີ່ມມາຈາກການກ່າວຫາກ່ຽວກັບກົນອຸບາຍກໍ່ການຮ້າຍຢູ່ແຫຼມນີ້ຢ່າງສະຫຼາດສະຫຼຽວ. ກ່າວຄວາມເຫັນທີ່​ການ​ປະຊຸມ​ກັບ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ Putin ​ເນັ້ນ​ໜັກ​ວ່າ, ຈະ​ສ້າງ​ກາລະ​ໂອກາດ​ໃຫ້ການ​ພົບ​ປະ​ຄັ້ງ​ຕ່າງໆ ​ເພື່ອ​ພັດທະນາ​ສາຍ​ພົວພັນ​ກັບ ຢູ​ແກຼນ ​ແລະ ​ໃຫ້​ຮູ້​ວ່າ, ວົງ​ການ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ເພີ່ມ​ເຕີມ​ທີ່​ຈຳ​ເປັນ, ​ເພື່ອ​ຮັບປະກັນ​ໃຫ້​ແຫຼມ Crimea ​ໄດ້​ຮັບ​ການ​ປ້ອງ​ກັນ​ໃຫ້​ດີ​ທີ່​ສຸດ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ