ລັດເຊຍປະຕິຮູບກະຊວງປ້ອງກັນປະເທດ

ລັດເຊຍປະຕິຮູບກະຊວງປ້ອງກັນປະເທດ  - ảnh 1

ປະທານາທິບໍ​ລັດ​ເຊຍ Vladimir Putin
(ພາບ: google.com.vn)

(vovworld) - ວັນ​ທີ 15/11, ປະທານາທິບໍ​ລັດ​ເຊຍ Vladimir Putin ​ໄດ້​ປົດ​ຕຳ​ແໜ່​ງຮອງລັດຖະມົນ​ຕີ​ກະຊວງ​ປ​້ອງກັນ​ປະ​ເທດ Yelena Kozlova ຜູ້ຮັບຜິດຊອບບັນຫາ​ການ​ເງິນ ​ແລະ ຮອງລັດຖະມົນຕີ​​ກະຊວງ​ປ້ອງ​ກັນ​ປະ​ເທດ Dmitry Chushkin, ພ້ອມ​ທັງ​ແຕ່ງ​ຕັ້ງ​ເຈົ້າໜ້າທີ່ປ່ຽນ​ແທນ​​ເຂົ້າ​ໃນ​ຕຳ​  ແໜ່​ງດັ່ງກ່າວ. ຕາມ​ລັດຖະດຳລັດ​ຂອງ​ປະທານາທິບໍດີ Vladimir Putin ​ແລ້ວ, ຕຳ​ແໜ່​ງດັ່ງກ່າວ​ຖືກ​ມອບ​ໃຫ້​ທ່ານ​ຮອງ​ປະທານ​ຜູ້​ທີໜຶ່ງ​ຂອງ​ຄະນະ​ກຳມະການ​ກະ​ສີກຳ - ການ​ທະຫານ ທີ່​ຂຶ້ນ​ກັບ​ລັດຖະບານ​ລັດ​ເຊຍ ​Yury Borisov ແລະ ຮອງ​​ເຈົ້າ​ຄອງ​ນະຄອນມົດ​ສະ​ກູ Ruslan Tsalikov. ກ່ອນ​ໜ້າ​ນັ້ນ, ວັນ​ທີ 6/11, ປະທານາທິບໍດີ Vladimir Putin  ​ໄດ້​ປົດ​ຕຳ​ແໜ່​ງ ລັດຖະມົນຕີ​ກະຊວງ​ປ​້ອງກັນ​ປະ​ເທດ Anatoly Serdyukov ​ແລະ ​ເສນາ​ທິການ​ໃຫຍ່ບັນດາ​ກຳລັງ​ປະກອບ​ອາ​ວຸດ​ສະຫະພັນ​ລັດ​ເຊຍ, ທັງ​ເປັນຮອງ​ລັດຖະມົນຕີທີໜຶ່ງ ກະຊວງ​ປ້ອງ​ກັນ​ປະ​ເທດ, ​ພົນ​ເອກ Nikolai Makarov.

ຂ່າວ/ບົດ​ອື່ນ