ລັດເຊຍພ້ອມກັບບັນດາ ປະເທດອາຊີ-ປາຊີຟິກ ຮ່ວມມືກັນຄ້ຳປະກັນ ສະບຽງອາຫານ

ລັດເຊຍພ້ອມກັບບັນດາ ປະເທດອາຊີ-ປາຊີຟິກ ຮ່ວມມືກັນຄ້ຳປະກັນ ສະບຽງອາຫານ - ảnh 1

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ພວມ​ນາບ​ຂູ່​ຄ້ຳປະກັນ​ສະບຽງ​ອາຫານອາຊີ-​ປາຊີ​ຟິກ

(ພາບ:domenal.com.vn)

( vovworld )- ວັນ​ທີ 5/6, ວິທະຍຸ​ກະຈາຍສຽງ​ລັດ​ເຊຍ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ບັນດາ​ການ​ເຄື​ອ່ນ​ໄຫວ​ກະກຽມ​ໃຫ້​ແກ່​​ກອງ​ປະຊຸມເວທີ​ປາ​ໄສຮ່ວມ​ມື​ເສດຖະກິດອາຊີ-​ປາຊີ​ຟິກ (APEC) ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນຕົ້ນ​ເ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ​ຢູ່ Vladivostok ​ໄດ້​ຮັບ​ການ​ກຽມພ້ອມ​ແລ້ວ ຊື່​ງບັນດາ​ການ​ເຄື​ອ່ນ​ໄຫວ​ນີ້​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ຕ່າງໆ​ຂອງ​ລັດ​ເຊຍ ​ແລະ ​ເລື່ອງ​ຈັດຕັ້ງບັນດາ​ການ​ເຄື​ອ່ນ​ໄຫວ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ APEC ຢູ່ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ເຮັດ​ໃຫ້​ລັດ​ເຊຍ​ສາມາດ​ສະ​ແດງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ພູມ​ປັນຍາ, ​ເຕັກ​ໂນ​ໂລ​ຊີ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ຊາດ ຕໍ່​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ.

   ກອ່ນໜ້ານັ້ນ, ລັດຖະມົນຕີ​ກະສິກຳ​ບັນດາ​ປະ​ເທດ​ພາກ​ພື້ນອາຊີ-​ປາຊີ​ຟິກ ຊື່​ງລວມມີ​ຈີນ​, ຍີ່ປຸ່ນ, ສ​ເກົາຫຼີ, ​​ຫວຽດນາມ ແລະ ​ໄທ ​ໄດ້​ຈັດການ​ປະຊຸມ​ຢູ່ Kazan ​ນະຄອນຫຼວງຂອງ Tatarstan ຂຶ້ກັບ​ສະຫະພັນ​ລັດ​ເຊຍ ​ໃນ​ສະພາບ​ການ​ທີ່​ບັນຫາຄ້ຳປະກັນ​ສະບຽງ​ອາຫານພວມ​ນັບ​ມື້​ນັບ​​ເຄັ່ງ​ຕຶງ. ທີ່​ການ​ປະຊຸມ​ນີ້, ຝ່າຍ​ຕ່າງໆ​ໄດ້​ມີ​ໂອກາດ​ຕີ​ລາຄາ​ຄວາມ​ສາມາດ​ດ້ານ​ທັນ​ຍາ​ຫານ​ຂອງ​ປະ​ເທດ​ຊາດ ​ແລະ ມີ​ຄຳ​ເຫັນ​ວ່າ ລັດ​ເຊຍ​ ສາມາດຊ່ວຍຄ້ຳປະກັນ​ສະບຽງ​ອາຫານ​ໃຫ້​ທົ່ວ​ພາກ​ພື້ນ​ອາຊີ​ໄດ້.


ຂ່າວ/ບົດ​ອື່ນ