ລັດເຊຍພ້ອມແລ້ວຈະເຂົ້າຮ່ວມວິວັດການທຳລາຍອາວຸເຄມີຂອງຊີຣີ

    ລັດເຊຍພ້ອມແລ້ວຈະເຂົ້າຮ່ວມວິວັດການທຳລາຍອາວຸເຄມີຂອງຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາດ​ລັ​ດ​ເຊຍ Sergei Shoigu
(ພາບ:internet)

(Vovworld-) ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາດ​ລັ​ດ​ເຊຍ Sergei Shoigu ​ໃຫ້​ຮູ້​ເມື່ອ​ວັນ​ທີ 19/9 ວ່າ : ລັດ​ເຊຍ​ກຽມພ້ອມ​ເຂົ້າ​ຮ່ວມ​ວິວັດ​ການ​ທຳລາຍ​ອາວຸ​ເຄມີ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີຊີຣີ Bashar Al- Assad ຕາມ​ຂໍ້​ຕົກລົງ​ລະຫວ່າງ​ລັດ​ເຊຍ-ອາ​ເມ​ລິ​ກາ​ທີ່​ຫາ​ກໍ​ບັນລຸ​ມາ​ໄດ້. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາດ​ລັ​ດ​ເຊຍ Sergei Shoigu ຊີ້​ແຈ້ງວ່າ ລັດ​ເຊຍພ້ອມ​ແລ້ວ​ທີ່​ຈະ​ແຕ່ງ​ຕັ້ງ​ບັນດາ​ຜູ້​ຊ່ຽວຊານ​ດ້ານ ອາວຸ​ເຄມີ​ໄປ​ຍັງ​ຊີຣີ ກໍ​ຄື​ບັນດາ​ກຳລັງ​ປະກອບ​ອາວຸດລັດ​ເຊຍພ້ອມ​ແລ້ວ​ຈະ​ເຂົ້າ​ຮ່ວມ​ວິວັດ​ການ​ຂົນ​ສົ່ງ​ຫຼື​ທຳລາຍອາວຸ​ເຄມີຂອງ​ຊີຣີ. ​ແຕ່​ເມື່ອ​ຖືກ​ຖາມ​ວ່າ : ມົດ​ສະ​ກູ​ຈະ​ມີ​ແຜນການ​ທຳລາຍ​ສາງອາວຸ​ເຄມີຂອງ​ຊີຣີບົນ​ດິ​ນແດນລັດ​ເຊຍ​ຫຼື​ບໍ່ ? ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາດ​ລັ​ດ​ເຊຍ Sergei Shoigu ​ໃຫ້​ຮູ້​ວ່າ ບໍ່​ມີ​ຄຳ​ຕັດສິນ​ໃດ​ເຊັ່ນ​ນັ້ນ, ​ແຕ່​ທ່ານ​ກໍ​ຢັນ​ຢັນ​ວ່າ : ບັນດາ​ໂຮງງານ​ຂອງ​ລັດ​ເຊຍ​ມີ​ຄວາມ​ສາມາດ​ທຳລາຍ​ບັນດາ​ປະ​ເພດອາວຸ​ເຄມີ​ໄດ້. ​ໃນ​ຂະນະ​ນັ້ນ, ອົງການ​ເກືອດ​ຫ້າມອາວຸ​ເຄມີ OPCW ​ໃຫ້​ຮູ້​ໃນ​ວັນ​ດຽວ​ກັນ​ວ່າ ປະຈຸ​ບັນ ອົງການ​ເກືອດ​ຫ້າມອາວຸ​ເຄມີ OPCW ຍັງ​ບໍ່​ທັນ​ກຳນົດ​ຈຸດ​ເວລາ​ລະອຽດ​ເພື່ອ​ຄົ້ນ​ຄ້ວາ​ແຜນການ​ທຳ​ລາຍ​ສາງອາວຸ​ເຄມີຂອງ​ຊີຣີຍ້ອນ​ຮ່າງ​​ແຜນ ການ​ຍັງ​ພວມ​ຖືກ​ນຳ​ມາ​ປຶກສາ​ຫາລື​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ