ລັດເຊຍພ້ອມແລ້ວທີ່ຈະຮ່ວມມືກັບປະທານາທິບໍດີອາເມລິກາໃນອາຍຸການ2017-2020

ລັດເຊຍພ້ອມແລ້ວທີ່ຈະຮ່ວມມືກັບປະທານາທິບໍດີອາເມລິກາໃນອາຍຸການ2017-2020 - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov
(ພາບ: AFP/TTXVN)

(vovworld) - ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 17/08 ຢູ່ ມົດ​ສະ​ກູ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​ເນັ້ນ​ໜັກ​ວ່າ: ລັດ​ເຊ​ຍ ບໍ່​ຈຳ​ແນ​ກການ​ປະພຶດ, ​ເຖິງ​ວ່າ ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ຈະແມ່ນ​ຜູ້​ໃດ ​ແລະ ຂຶ້ນ​ກັບ​ພັກ​ຝ່າຍ​ໃດ​ກໍ່ຕາມ. ທ່ານ Sergey Lavrov ຢືນຢັນ​ວ່າ: ລັດ​ເຊຍ ຈະ​ບໍ່​ເຂົ້າ​ແຊກ​ແຊງ​​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນໆ ກໍ່​ຄື​ນະ​ໂຍບາຍ​ຂອງ​ພັກ ຫຼື ກຸ່ມ​ການ​ເມືອງ​ໃນ​ບັນດາ​ບັ້ນຫາ​ສຽງ​ເລືອກ​ຕັ້ງ.

        ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ ຢູ່ ອາ​ເມ​ລິ​ກາ ​​ໄດ້ເລືອກ​ເຟັ້ນ​​ຜູ້​​ທີ່​ຕາງໜ້າ​​​ໃຫ້​ພັກ​ຂອງ​ຕົນ​ໃນການ​ຊ່ວງ​ເສັງເຂົ້າ​ທຳນຽບຂາວ ​ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ, ຕາມ​ລຳດັບ​ແມ່ນ​ທ່ານ​ນາງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ອະດີດພັນ​ລະ​ຍາ Hallary Clinton ​ແລະ ​ເສດຖີ​ເງິນ​ຕື້ Donald Trump.

        ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຖືກ​ຕົກຢູ່​ໃນ​ໄລຍະ​ເຄັ່ງ​ຕຶງ​ທີ່​ສຸດ​ເມື່ອ​ປີ 2014 ນັບ​ແຕ່​ພາຍຫລັງ​ສົງຄາມ​ເຢັນ, ພາຍຫລັງ​ແຫຼ​ມ Crimea ຖືກ​ໂຮມ​ເຂົ້າ ລັດ​ເຊຍ ​ ​ແລະ  2 ຝ່າຍ​ໄດ້​ເກີດບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

ຂ່າວ/ບົດ​ອື່ນ