ລັດ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ຕໍ່​ກຳ​ນົດ​ເວ​ລາສົນ​ທິ​ສັນ​ຍາ New START ກັບ​ອາ​ເມ​ລິ​ກາ

(VOVWORLD) -ບັນດາການເຈລະຈາໄດ້ແກ່ຍາວເປັນເວລາຫຼາຍເດືອນ ລະຫວ່າງ ລັດເຊຍ ແລະ ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Donald Trump ກ່ຽວກັບການຕໍ່ກຳນົດສົນທິສັນຍາ New START ແຕ່ບໍ່ສາມາດຮັດແຄບຄວາມບໍ່ລົງລອຍກັນລົງໄດ້ ແລະ ສົນທິສັນຍານີ້ຈະໝົດອາຍຸໃນເວລາ 2 ອາທິດຈະມາເຖິງ. 
ລັດ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ຕໍ່​ກຳ​ນົດ​ເວ​ລາສົນ​ທິ​ສັນ​ຍາ New START ກັບ​ອາ​ເມ​ລິ​ກາ - ảnh 1ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ (ພາບ: Tass)

ວັນທີ 18 ມັງກອນ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໄດ້ປະກາດວ່າ ມົດສະກູ ພ້ອມແລ້ວທີ່ຈະເຈລະຈາໂດຍໄວ ກັບອຳນາດການປົກຄອງຊຸດໃໝ່ຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ເພື່ອຕໍ່ກຳນົດເວລາສົນທິສັນຍາ ຫຼຸດຜ່ອນອາວຸດ ບຸກໂຈມຕີ ຍຸດທະສາດໃໝ່ (New START), ຕາມແຜນການແລ້ວ ຈະໝົດຜົນສັກສິດໃນວັນທີ 5 ກຸມພາ ຈະມາເຖິງນີ້. ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາເພື່ອຮັກສາສົນທິສັນຍາ New STARTໄວ້ ແລະ ເນັ້ນໜັກວ່າ: ການບຸລິມະສິດສຳຄັນທີ່ສຸດແມ່ນ ສະພາບການຜິດປົກກະຕິໃນຂົງເຂດຄວບຄຸມ ອາວຸດ”.

ກ່ອນໜ້ານັ້ນ, ບັນດາການເຈລະຈາໄດ້ແກ່ຍາວເປັນເວລາຫຼາຍເດືອນ ລະຫວ່າງ ລັດເຊຍ ແລະ ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Donald Trump ກ່ຽວກັບການຕໍ່ກຳນົດສົນທິສັນຍາ New START ແຕ່ບໍ່ສາມາດຮັດແຄບຄວາມບໍ່ລົງລອຍກັນລົງໄດ້ ແລະ ສົນທິສັນຍານີ້ຈະໝົດອາຍຸໃນເວລາ 2 ອາທິດຈະມາເຖິງ. ທ່ານ Joe Biden ໄດ້ອອກສຽງສະໜັບສະໜູນ ການຮັກສາ ສົນທິສັນຍາ New START ສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ